ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີໂຮມຊຸມນຸມສະຫຼຸບຜົນງານການເປີດນໍາໃຊ້ທາງລົດໄຟລາວ-ຈີນຄົບຮອບ 1 ປີ ຈັດຂື້ນໃນຕອນເເລງວັນທີ 3 ທັນວາ 2022 ຢູ່ສະຖານນີລົດໄຟລາວ-ຈີນ ນະຄອນຫລວງວຽງຈັນ ມີທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ທັງເປັນ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ,ທ່ານຊ້ຽງຟັງຊຽງ ອຸປະທູດຂອງສະຖານທູດຈີນປະຈຳລາວ,ທ່ານ ຈູ່ ໂກຈ່ຽງປະທານສະພາຜູ້ບໍລິຫານ ບໍລິສັດທາງລົດໄຟລາວ-ຈີນ,ການນໍາຂັ້ນສູງພັກ-ລັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນຈໍານວນຫລາຍ.
ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ກ່າວປາໃສຕໍ່ພີທີໂຮມຊຸມນຸມຄັ້ງນີ້ວ່າ: 1 ປີຜ່ານມາ, ພາຍໃຕ້ການນໍາພາອັນຖືກຕ້ອງແລະການສະໜັບສະໜູນຈາກພາກສ່ວນກ່ຽວຂ້ອງຂອງສອງລັດຖະບານລາວ-ຈີນ ແລະ ກຸ່ມບໍລິສັດລັດວິສາຫະກິດທາງລົດໄຟແຫ່ງຊາດຈີນຈໍາກັດ,ບໍລິສັດທາງລົດໄຟລາວ-ຈີນໄດ້ເອົາໃຈໃສ່ປະຕິບັດແນວຄວາມຄິດຮ່ວມປຶກສາຫາລື, ຮ່ວມກໍ່ສ້າງແລະຮ່ວມຊົມໃຊ້, ຄຸ້ມຄອງແບບມີວິທະຍາສາດ, ສຸມຈິດໃຈໃສ່ການປົກປັກຮັກສາ, ເອົາໃຈໃສ່ຮັກສາຄວາມປອດໄພຂອງທາງລົດໄຟລາວ-ຈີນໃຫ້ມີຄວາມໝັ້ນທ່ຽງ, ການຂົນສົ່ງໂດຍສານແລະສິນຄ້າເພີ່ມຂຶ້ນທັງດ້ານປະລິມານແລະຄຸນນະພາບ, ເສັ້ນທາງຂົນສົ່ງສິນຄ້າສາກົນນັບມື້ພົ້ນເດັ່ນຂຶ້ນ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົາໃນການພັດທະນາເສດຖະກິດສັງຄົມຂອງ ລາວແລະການບໍລິການໂດຍສານ ແລະ ສິນຄ້າແກ່ປະຊາຊົນສອງປະເທດການເປີດນໍາໃຊ້ແລະດໍາເນີນທຸລະກິດບໍລິການຂອງທາງລົດໄຟລາວ-ຈີນ,ໄດ້ປ່ຽນໂສມໜ້າໃຫມ່ຂອງການຄົມມະນາຄົມຂົນສົ່ງຂອງ ລາວ, ສາມາດບັນລຸຄວາມມຸ່ງມາດປາຖະໜາໃນການ ” ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມຕໍ່ ” ຂອງລາວ, ໄດ້ເປີດສັງກາດໃໝ່ແຫ່ງການຂົນສົ່ງທາງລົດໄຟລາວ-ຈີນ, ໄດ້ຍົກສູງຖານະຍຸດທະສາດຂອງ ລາວ ໃນເວທີສາກົນ ໃຫ້ສູງເດັ່ນຂື້ນ ເຊີ່ງໃນໄລຍະຜ່ານມາປະເທດລາວມີເສັ້ນທາງລົດໄຟພຽງ 3,5 ກມ, ຈາກອັນດັບສຸດທ້າຍໃນຈໍານວນ 149 ປະເທດ ໃນໂລກ ແລະ ໃນປະຈຸບັນມີໄລຍະທາງງລົດໄຟສະເລ່ຍຕໍ່ຄົນກາຍມາເປັນອັນດັບທີ 28 ແລະເປັນອັນດັບ 1 ຂອງອາຊຽນ, ລາວໄດ້ກ້າວກະໂດດເປັນຈຸດເຊື່ອມໂຍງການຄົມມະນາຄົມຂົນສົ່ງທີ່ສໍາຄັນຂອງແຫຼມອິນດູຈີນທັນທີ (ກຸ່ມປະເທດອາຊຽນ).
ທ່ານສອນໄຊ ສີພັນດອນ ໃຫ້ຮູ້ຕື່ມວ່າ: ໄລຍະເວລາ 1 ປີທີ່ເປີດນໍາໃຊ້ແລະດໍາເນີນທຸລະກິດຂອງທາງລົດໄຟລາວ-ຈີນເປັນຕົ້ນມາ,ໄດ້ສ້າງຄວາມສະດວກສະບາຍໃນການເດີນທາງໃຫ້ແກ່ປະຊາຊົນລາວຢ່າງຫຼວງຫຼາຍ,ເປັນການກະຕຸກຊຸກຍູ້ໃຫ້ການຄ້າມີຄວາມສະດວກໂລ່ງລ່ຽນ,ເສີມກໍາລັງທີ່ແຂງແຮງໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງລາວ ລົດໄຟ EMU ” ຂະບວນລ້ານຊ້າງ ” ໄດ້ກາຍເປັນ ” ໃບໜ້າໃໝ່ ” ຂອງປະເທດລາວ, ການພັດທະນາຊັບພະຍາກອນທ່ອງທ່ຽວ, ກະສິກໍາ, ແຮ່ທາດແລະການກໍ່ສ້າງຕົວເມືອງໄດ້ຮັບການພັດທະນາຈະເລີນຂຶ້ນຕາມແລວທາງ, ຊາວໜຸ່ມທີ່ເກັ່ງແລະມີຄວາມສາມາດພົ້ນເດັ່ນໄດ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນການກໍ່ສ້າງ, ດໍາເນີນທຸລະກິດແລະບໍາລຸງຮັກສາເສັ້ນທາງລົດໄຟ, ເປັນການຫວ່ານແນວພັນທີ່ດີໃຫ້ແກ່ການຫັນເປັນອຸດສາຫະກໍາທັນສະໄໝຂອງ ລາວ.ເສັ້ນທາງລົດໄຟລາວ-ຈີນ,ເປັນທັງເສັ້ນທາງມິດຕະພາບ, ເສັ້ນທາງພັດທະນາທີ່ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນສອງຊາດ, ທັງເປັນເສັ້ນທາງແຫ່ງຄວາມປອດໄພ.
ຂ່າວ : ເດດອາລຸນ ແກ້ວວິໄລ
ພາບ : ບຸນອູ້ມ