ລົດໄຟ! ກໍຢ້ານໄຟຄືກັນເດີ

ການຈູດໄຟປ່າ ຫຼື ຈູດໄຟໃກ້ແລວເສັ້ນທາງລົດໄຟແມ່ນເປັນອັນຕະລາຍຮ້າຍແຮງຕໍ່ທາງເດີນລົດໄຟ ແລະ ຜິດຕໍ່ກົດໝາຍວ່າດ້ວຍການລົດໄຟ.

——————
ຫຼັງຈາກລະດູເກັບກ່ຽວສິ້ນສຸດລົງ ກ້າວເຂົ້າສູ່ລະດູແລ້ງ , ພໍ່ແມ່ປະຊາຊົນ ແລະ ຊາວໄຮ່ຊາວນາມັກຈະມີການຈູດປ່າ,ຈູດຂີ້ເຫຍື້ອ, ຈູດຫຍ້າແຫ້ງ, ຈູດເຟືອງໃນທົ່ງໄຮ່ທົ່ງນາ, ແຕ່ທ່ານຮູ້ຫຼືບໍ່ວ່າ
ການຈູດໄຟໃກ້ທາງລົດໄຟແມ່ນເປັນອັນຕະລາຍຮ້າຍແຮງຕໍ່ການແລ່ນລົດໄຟ ແລະ ຜິດຕໍ່ກົດໜາຍວ່າດ້ວຍການລົດໄຟ ເພາະບໍ່ພຽງແຕ່ຈະເຮັດໃຫ້ອຸປະກອນທາງລົດໄຟອັນເປັນຊັບສົມບັດຂອງຊາດໄດ້ຮັບຄວາມເສຍຫາຍ, ຫຼາຍໄປກວ່ານັ້ນຄືຈະເປັນອັນຕະລາຍຕໍ່ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ.
ແປວໄຟຈະເຮັດໃຫ້ອຸນຫະພູມບໍລິເວນແລວທາງລົດໄຟສູງຂຶ້ນ ແລະ ຈະເຮັດໃຫ້ອຸປະກອນສື່ສານ, ສາຍສັນຍານ, ສາຍໄຟຟ້າ ແລະ ອຸປະກອນອື່ນໆທີ່ຢູ່ໃນບໍລິເວນນັ້ນ ຫຼື ອ້ອມຂ້າງເປ່ເພເສຍຫາຍ, ຄວັນໄຟທີ່ເກີດຈາກການຈູດໄຟຈະປົກຄຸມຕາມແລວທາງລົດໄຟ ແລະ ບັງການແນມເຫັນດ້ານໜ້າຂອງຄົນຂັບລົດໄຟ ເຊິ່ງເປັນອັນຕະລາຍທີ່ສຸດຕໍ່ການແລ່ນລົດ ແລະ ຊີວິດຂອງຜູ້ໂດຍສານ.
ໃນລະດູແລ້ງ ທີ່ສະພາບອາກາດແຫ້ງແລ້ງ ແລະ ມີກະແສລົມແຮງ, ເວລາຈູດໄຟຢູ່ທີ່ໂລ່ງແຈ້ງຕ້ອງມີສະຕິລະວັງຕົວ, ແປວໄຟອາດຈະປິວໄປຕົກໃສ່ບ່ອນອື່ນ, ເຮັດໃຫ້ເກີດໄຟໄຫມ້ໃຫຍ່ໄດ້ ເຊິ່ງອາດຈະເຮັດໃຫ້ລົດໄຟຕ້ອງຢຸດກະທັນຫັນ ແລະ ເກີດການສູນເສຍຢ່າງຫນັກ.
ການຈູດໄຟເຜົາເຟືອງ, ຫຍ້າ, ຂີ້ເຫຍື້ອ ຫຼື ການຈູດປ່າເຮັດໄຮ່ ຈະເຮັດໃຫ້ເກີດມີຄວັນໄຟຈຳນວນຫຼວງຫຼາຍ ເຊິ່ງຈະກໍ່ໃຫ້ເກີດມົນລະພິດທາງອາກາດ ແລະ ສົ່ງຜົນກະທົບຕໍ່ລະບົບຫາຍໃຈຂອງຄົນເຮົາ.
ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃຫ້ຄວາມຮ່ວມມື, ມີສະຕິລະວັງຕົວ ແລະ ເປັນເຈົ້າການຮ່ວມກັນ, ຫາກພົບເຫັນເຫດການທີ່ເປັນອັນຕະລາຍຕໍ່ການແລ່ນລົດໄຟ ຫຼື ພົບເຫັນຜູ້ກໍາລັງຈະຜິດຄືດັ່ງການຈູດຂີ້ເຫຍື້ອ, ກໍ່ກອງໄຟຢູ່ບໍລິເວນເຂດລົດໄຟ ກໍໃຫ້ຫ້າມ ແລະ ຕັກເຕືອນຊ່ວຍກັນ, ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນ ຂອງຜູ້ໂດຍສານຢູ່ເທິງຂະບວນລົດໄຟ. ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຂອງພວກເຮົາເອງ ກໍມີມາດຕະການຮັກສາຄວາມປອດໄຟ ແລະ ປ້ອງກັນໄຟປ່າ ບໍ່ວ່າຈະເປັນການສົ່ງເຈົ້າໜ້າທີ່ສະເພາະອອກລາດຕະເວນຕາມແລວເສັ້ນທາງລົດໄຟລາວ-ຈີນ, ການນຳໃຊ້ໂດຣນ (Drone)ບິນກວດກາລາດຕະເວນຕາມພື້ນທີ່ປ່າ ຫຼື ເຂດພູສູງເພື່ອປ້ອງກັນໄຟປ່າ ແລະ ຖ້າຫາກພົບເຫັນໄຟປ່າຈຶ່ງຈະສາມາດດັບໄຟໄດ້ຢ່າງທ່ວງທັນ.
ນອກຈາກນີ້ ໃນງານມາລາທອນຄົບຮອບ 3 ປີເປີດດໍາເນີນງານທາງລົດໄຟລາວ-ຈີນ ທີ່ຜ່ານມາພວກເຮົາຍັງໄດ້ມີການຈັດກິດຈະກຳແຈກຖົງຜ້າ ແລະ ເຄື່ອງຂອງທີ່ລະນຶກເພື່ອປຸກລະດົມໃຫ້ພໍ່ແມ່ປະຊາຊົນ ເປັນເຈົ້າການຮ່ວມກັນ ໃນການປົກປັກຮັກສາທາງລົດໄຟ ອັນເປັນຊັບສົມບັດຂອງຊາດ, ຮ່ວມກັນສະກັດກັ້ນການລັກຂະໂມຍອຸປະກອນທາງລົດໄຟ ແລະ ການກະທຳຜິດກົດໝາຍຕ່າງໆ. ຖ້າຫາກທ່ານພົບເຫັນພຶດຕິກຳທີ່ອາດຈະເປັນອັນຕະລາຍຕໍ່ຄວາມປອດໄຟຂອງທາງລົດໄຟ
ກະລຸນາໂທແຈ້ງສາຍດ່ວນຕໍາຫຼວດລົດໄຟ ຫຼື ແຈ້ງເຈົ້າຫນ້າທີ່ດັບເພີງທັນທີ (ເບີໂທ 020 5837666
ເບີໂທດັບເພີງ 1190
).



