ລົດໄຟ ລາວ-ຈີນ ສືບຕໍ່ເປັນເສັ້ນທາງຄໍາຂອງລາວ ແລະ ຈີນ ກໍຄື ພາກພື້ນ

ວັນທີ 6 ກັນຍາ 2025, ຂະບວນລົດໄຟຂົນສົ່ງສິນຄ້າທີ່ບັນທຸກແຮ່ເຫຼັກຈາກລາວ ໄດ້ອອກຈາກສະຖານີວຽງຈັນໃຕ້ ເພື່ອມຸ່ງໜ້າໄປຍັງດ່ານຊາຍແດນ ລາວ-ຈີນ ທີ່ແຂວງຫຼວງນໍ້າທາ. ລົດໄຟດັ່ງກ່າວໄດ້ບັນທຶກເຫດການສໍາຄັນໃໝ່ໃນປະຫວັດຂອງລົດໄຟລາວ-ຈີນ ເພາະເປັນການຂົນສົ່ງສິນຄ້າສະສົມຢູ່ເບື້ອງຝ່າຍລາວບຸນລຸເກີນ 15 ລ້ານໂຕນ.
ລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ ປີ 2021, ແມ່ນລົດໄຟສາກົນແຫ່ງທຳອິດທີ່ເຊື່ອມຕໍ່ໂດຍກົງກັບເຄືອຂ່າຍລົດໄຟຂອງຈີນ ແລະ ນໍາໃຊ້ມາດຕະຖານເຕັກນິກຂອງຈີນທັງໝົດ. ໃນໄລຍະເລີ່ມຕົ້ນຂອງການເປີດໃຫ້ບໍລິການ, ຍ້ອນມີຂໍ້ຈຳກັດດ້ານຄວາມຮູ້ເຂົ້າໃຈ ແລະ ຮູບແບບຂອງການຂົນສົ່ງ ເຮັດໃຫ້ການຂົນສົ່ງສິນຄ້າ ເກືອບເລີ່ມຕົ້ນຈາກສູນກໍວ່າໄດ້.
ທ່ານ ມ່າ ຈ້າວຢິນ, ຫົວໜ້າພະແນກຂົນສົ່ງ ແລະ ການຜະລິດຂອງ ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ: ປີທໍາອິດຂອງການເປີດບໍລິການຢ່າງເປັນທາງການ ມີຂະບວນລົດໄຟຂົນສົ່ງສິນຄ້າທັງໝົດ 2,600 ກວ່າຂະບວນ, ຂົນສົ່ງສິນຄ້າໄດ້ເກືອບ 2 ລ້ານໂຕນ, ສ່ວນໃຫຍ່ແມ່ນສິນຄ້າຜ່ານດ່ານ ເຊັ່ນ: ແຮ່ທາດ, ປຸ໋ຍ, ແລະ ສິນຄ້າທົ່ວໄປ. ຫຼັງຈາກນັ້ນ, ການຂົນສົ່ງສິນຄ້າຂອງລົດໄຟດັ່ງກ່າວໄດ້ຮັບການເຕີບໂຕຢ່າງວ່ອງໄວ, ໃນປີ 2022 ມີປະລິ ມານການຂົນສົ່ງ 2,23 ລ້ານໂຕນ, ປີ 2023 ເພີ່ມຂຶ້ນເປັນ 4,08 ລ້ານໂຕນ ແລະ ປີ 2024 ບັນລຸເກີນ 4,78 ລ້ານໂຕນ. ນັບແຕ່ມື້ເປີດບໍລິການຈົນມາຮອດວັນທີ 6 ກັນຍາ 2025, ປະລິມານການຂົນສົ່ງສິນຄ້າຂອງລົດໄຟລາວ-ຈີນສະສົມເບື້ອງຝ່າຍລາວ ບັນລຸເກີນ 15 ລ້ານໂຕນ ເຊິ່ງສະແດງໃຫ້ເຫັນຢ່າງຊັດເຈນເຖິງບົດບາດສຳຄັນຂອງລົດໄຟລາວ-ຈີນ ໃນລະບົບການຂົນສົ່ງຂອງລາວ ແລະ ຈີນ ກໍຄືພາກພື້ນ.
ໃນຂະບວນການຂົນສົ່ງ, ປະສິດທິພາບຂອງການເຂົ້າ-ອອກດ່ານ ແມ່ນມີບົດບາດສຳຄັນ. ສອງຝ່າຍລາວ ແລະ ຈີນ ໄດ້ສົ່ງເສີມການນຳໃຊ້ອຸປະກອນອັດສະລິຍະ ແລະ ການປັບປຸງຂະບວນການຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ ເຊິ່ງໄດ້ຫຼຸດເວລາເຂົ້າ-ອອກດ່ານສຳລັບຂະບວນລົດໄຟດ້ວຍການຈັດຕາຕະລາງເວລາຢ່າງເປັນລະບົບ ເຮັດໃຫ້ສາມາດຂົນສົ່ງສິນຄ້າລະຫວ່າງປະເທດໄດ້ເກີນ 18 ຂະບວນຕໍ່ມື້. ຂະນະທີ່ການຂົນສົ່ງສິນຄ້າສາ ກົນມີຄວາມສະດວກສະບາຍຫຼາຍຂຶ້ນ ດ້ວຍການເປີດບໍລິການ ໃໝ່ໆ ແລະ ຜະລິດຕະພັນໃໝ່ໆ ຂອງເສັ້ນທາງລົດໄຟລາວ-ຈີນ ເຊັ່ນ: ການເປີດບໍລິການ ຂະບວນລົດໄຟດ່ວນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເພື່ອຕອບສະໜອງຄວາມຕ້ອງການຂອງການຄ້າອອນລາຍຂ້າມຊາດ. ການນໍາເອົາອຸປະກອນຄວບຄຸມລະບົບຄວາມເຢັນໃໝ່ໆ ມາໃຊ້ເພື່ອຮັກສາອຸນນະຫະພູມຂອງໝາກໄມ້ລະດູຮ້ອນ ແລະ ການເພີ່ມຄວາມສາມາດໃນການຂົນສົ່ງຂອງລົດໄຟ, ທັງຊ່ວຍຫຼຸດຜ່ອນຕົ້ນທຶນການຂົນສົ່ງສິນຄ້າຂະໜາດໃຫຍ່.

ຢູ່ເດີ່ນຂົນສົ່ງຕູ້ສິນຄ້າທີ່ສະຖານີລົດໄຟວຽງຈັນໃຕ້, ໝາກໄມ້ແຊ່ເຢັນ, ແຮ່ທາດ, ແປ້ງມັນຕົ້ນ, ອຸປະກອນໄຟຟ້າ ແລະ ສິນຄ້າອື່ນໆ ຖືກບັນຈຸຂຶ້ນລົດໄຟຢ່າງເປັນລະບຽບ. ປັດຈຸບັນ, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງສິນຄ້າເພີ່ມຂຶ້ນຈາກ 10 ລາຍການໃນເບື້ອງຕົ້ນ ເປັນ 3,000 ກວ່າລາຍການ. ສິນຄ້າດັ່ງກ່າວມາຈາກຫຼາຍປະເທດ ເຊັ່ນ: ລາວ, ໄທ, ຫວຽດນາມ ແລະ ອື່ນໆ.
ໃນເຂດຄວບຄຸມອຸນຫະພູມຄວາມເຢັນ, ຫມາກກ້ວຍຈາກລາວລໍຖ້າການຂົນສົ່ງ. ພະນັກງານຊາວລາວ ຊື່ ທ້າວ ອາລີ ກ່າວວ່າ: “ໝາກກ້ວຍບໍ່ແມ່ນເລື່ອງງ່າຍໃນການຮັກສາ, ກ່ອນໜ້ານີ້, ການຂົນສົ່ງຜ່ານທາງຖະໜົນໃຊ້ເວລາດົນ ແລະ ມັກເກີດຄວາມເສຍຫາຍໃນລະຫວ່າງການຂົນສົ່ງ, ແຕ່ດຽວນີ້, ແມ່ນສາມາດຂົນສົ່ງດ້ວຍຕູ້ລົດໄຟລາວ-ຈີນທີ່ຄວບຄຸມຄວາມເຢັນ ເຮັດໃຫ້ສາມາດຮັກສາຄວາມປອດໄພ ແລະ ຮັກສາຄຸນນະພາບກ້ວຍໄດ້ດີ”. ທາງລົດໄຟລາວ-ຈີນ ກໍາລັງສົ່ງເສີມການປ່ຽນແປງຮູບແບບການຄ້າໃນພາກພື້ນ. ສິນຄ້າສົ່ງອອກຂອງລາວ ເຊັ່ນ: ແຮ່ເຫຼັກ, ແປ້ງມັນຕົ້ນ ແລະ ຢາງພາລາ ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ສິນຄ້າກະສິກໍາ ເຊັ່ນ: ກາເຟ, ຜັກ ແລະ ຫມາກໄມ້ ສາມາດເຂົ້າເຖິງຕະຫຼາດທີ່ກວ້າງຂວາງຂອງຈີນຜ່ານທາງລົດໄຟ ລາວ-ຈີນ.
ເປັນເວລາເກືອບ 4 ປີແລ້ວ, ບົດບາດຂອງທາງລົດໄຟລາວ-ຈີນ ໃນຖານະເປັນ “ເສັ້ນທາງຄໍາ” ໄດ້ປະກົດໃຫ້ເຫັນສິ່ງທີ່ດີຂຶ້ນເລື້ອຍໆ. ອີງຕາມສະຖິຕິໃຫ້ຮູ້ວ່າ: ຫຼັງຈາກເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ຕົ້ນທຶນໃນການຂົນສົ່ງລະຫວ່າງຈີນ, ລາວ, ໄທ ແລະ ມາເລເຊຍ ໂດຍທົ່ວໄປຫຼຸດລົງ ແລະຄ່າໃຊ້ຈ່າຍໃນການຂົນສົ່ງສິນຄ້າຈາກຄຸນໝິງໄປຫາປະເທດໄທ ຫຼຸດລົງ 30% ເຖິງ 50% ເຊິ່ງຊ່ວຍເພີ່ມປະສິດທິພາບຂອງການຂົນສົ່ງຂ້າມຊາຍແດນ ແລະ ຊຸກຍູ້ການເຕີບໂຕຂອງ GDP ສະເລ່ຍປະຈໍາປີຂອງພາກພື້ນຕາມເສັ້ນທາງດັ່ງກ່າວເພີ່ມຂຶ້ນຫຼາຍກວ່າ 2%. ປັດຈຸບັນ ເດີ່ນຕູ້ສິນຄ້າປະກົດຂຶ້ນຢູ່ອ້ອມຮອບສະຖານີຕາມເສັ້ນທາງ ແລະ ປະສິດທິຜົນການຮວມຕົວກັນຂອງອຸດສາຫະກໍາຄ່ອຍໆເກີດຂຶ້ນ, ໂອກາດໃນການລົງທຶນ ແລະ ການຈ້າງງານໃໝ່ໆ ກໍາລັງເລັ່ງຄວາມໄວຂຶ້ນ.

ທ່ານ ມ່າ ຈ້າວຢິນ ໃຫ້ຮູ້ວ່າ: ປີ 2025 ເປັນ “ປີແຫ່ງປະສິດທິພາບຂອງການຂົນ ສົ່ງສິນຄ້າ” ສໍາລັບທາງລົດໄຟລາວ-ຈີນ, “ພວກເຮົາຫວັງວ່າຈະປັບປຸງຄຸນນະພາບການຂົນ ສົ່ງສິນຄ້າຕໍ່ໄປ, ຂະຫຍາຍເຄືອຂ່າຍບໍລິການ ແລະ ເຮັດໃນສິ່ງທີ່ເປັນປະໂຫຍດຫຼາຍຂຶ້ນເພື່ອການພັດທະນາເສດຖະກິດຂອງລາວ ແລະ ພາກພື້ນ”
ທາງລົດໄຟລາວ-ຈີນ ສືບຕໍ່ເປັນເສັ້ນທາງຄໍາສໍາລັບການຂົນສົ່ງສິນຄ້າ ແລະ ຜູ້ ໂດຍສານສໍາລັບລາວ ແລະ ຈີນ ກໍຄື ພາກພື້ນ ທີ່ສອງພັກ-ສອງລັດ ລາວ ແລະ ຈີນ ໃຫ້ຄວາມສໍາຄັນ ແລະຕີລາຄາສູງທີ່ສຸດ, ເຊິ່ງຫຼ້າສຸດ ຄື ໃນວັນທີ 4 ກັນຍາ 2025, ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ໄດ້ພົບປະກັບ ທ່ານ ສີຈິ້ນຜິງ, ປະທານປະເທດຈີນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ສອງຝ່າຍໄດ້ຕີລາຄາໝາກຜົນການຮ່ວມມືຮອບດ້ານຂອງສອງປະເທດໃນໄລຍະຜ່ານມາ ໂດຍສະເພາະໂຄງການທາງລົດໄຟລາວ-ຈີນທີ່ຢູ່ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງຜູ້ນໍາລາວ ແລະ ຈີນ ຕ່າງໄດ້ ເຫັນດີເສີມຂະຫຍາຍຈຸດເດັ່ນຂອງເສັ້ນທາງລົດໄຟດັ່ງກ່າວສູ່ຄຸນນະພາບໃໝ່ ເພື່ອຮັບປະກັນຄວາມໝັ້ນຫຼາຍຂຶ້ນສໍາລັບການຂົນສົ່ງຂ້າມຊາຍແດນ ແລະ ການເຊື່ອມຕໍ່ພາກພື້ນ ເພື່ອເຮັດໃຫ້ລົດໄຟ ລາວ-ຈີນ ສືບຕໍ່ເປັນເສັ້ນທາງຄໍາຂອງລາວ ແລະ ຈີນ ກໍຄື ພາກພື້ນຕະຫຼອດໄປ.

