ການລ້ຽງເປັດ ໃນນາເຂົ້າ ສາມາດກໍາຈັດຫຍ້າ-ສັດຕູພືດທີ່ບໍ່ມີຜົນປະໂຫຍດ ແລະ ກີດຂວາງການຈະເລີນເຕີບໂຕຂອງຕົ້ນເຂົ້າ ທັງສາມາດຊ່ວຍໃນການປັບປຸງດິນດ້ວຍຝຸ່ນຂີ້ເປັດ ຫຼຸດຜ່ອນການໃຊ້ສານເຄມີ ແລະ ບໍາລຸງຮັກສານໍ້າ ເຮັດໃຫ້ນາງາມ ຜົນຜະລິດເພີ່ມຂຶ້ນ ແລະ ເປັນມິດກັບສິ່ງແວດລ້ອມ.
ທ່ານນາງ ສົດສະດີ ນາຕາວົງ ຊາວກະສິກອນບ້ານຄາຍ ເມືອງແປກ ແຂວງຊຽງຂວາງ ໃຫ້ສໍາພາດເມື່ອບໍ່ດົນມານີ້ ວ່າ: ເມື່ອກ່ອນຄອບຄົວຕົນ ຍຶດຖືອາຊີບການປູກ-ການ ລ້ຽງເປັນຕົ້ນຕໍ ໂດຍສະເພາະການເຮັດນາ ແຕ່ຜົນຜະລິດຕໍ່າໃນແຕ່ລະປີ ເນື່ອງຈາກດິນນາເປັນດິນສົ້ມ ຂາດທາດອາຫານ ພາຍຫຼັງໂຄງການປັບປຸງລະບົບນິເວດກະສິກໍາ ແລະ ຄວາມປອດໄພຂອງອາຫານ (ASSET) ເຂົ້າມາສະໜັບສະໜູນ ດ້ວຍການສົ່ງເສີມການລ້ຽງເປັດກາບ (ເປັດລາດ) ໃນນາເຂົ້າ ໃນປີ 2022 ໂຄງການໄດ້ມາກວດກາ ເກັບກໍາທີ່ດິນ ແລະ ເອົາດິນໄປວິໄຈ ພ້ອມທັງໄດ້ຖາມວ່ານາຂອງຕົນມີສັດຕູພືດທໍາລາຍບໍ ແລະ ສົນໃຈຢາກລ້ຽງເປັດໃນນາເຂົ້າບໍ ເຊິ່ງຕົນຕອບວ່າຖ້າມີໂຄງການເຂົ້າມາສົ່ງເສີມກໍຢາກລ້ຽງ ເນື່ອງຈາກໄລຍະນັ້ນຂາດທຶນຮອນ ຈາກນັ້ນໂຄງການຈຶ່ງໄດ້ສະໜອງເປັດໃຫ້ 30 ໂຕ ອາຫານ 1 ເປົາ ຕາໜ່າງ (ແຍ່ງ) 5 ກໍ້ ແລະ ຢາບໍາລຸງໃຫ້ເພື່ອທົດລອງລ້ຽງ ພາຍຫຼັງດໍານາແລ້ວ 1 ເດືອນ (ພໍດີກັບໄລຍະອະນຸບານເປັດນ້ອຍໄດ້ 1 ເດືອນ) ກໍໄດ້ນໍາເປັດມາລົງນາທີ່ກະກຽມໄວ້ ເນື້ອທີ່ 1.000 ຕາແມັດ ເຮັດໃຫ້ນາຮົກເຮື້ອ ມີສັດຕູພືດທໍາລາຍຫຼາຍໃນເມື່ອກ່ອນ ໂດຍສະເພາະມີຫຍ້າຫຼາຍ ແລະ ສັດຕູພືດ ເຊັ່ນ: ຫອຍກິນເຂົ້າ ແມງໄມ້ ແລະ ອື່ນໆ ພໍລ້ຽງໄດ້ໄລຍະໜຶ່ງ ເປັດກໍໄດ້ກິນສັດຕູພືດຕ່າງໆທີ່ທໍາລາຍຕົ້ນເຂົ້າ ກິນ -ຢຽບຫຍ້າ ແລະ ຂີ້ໃສ່ພື້ນທີ່ນາ ກາຍເປັນຝຸ່ນຫຼໍ່ລ້ຽງຕົ້ນເຂົ້າ ເຮັດໃຫ້ຕົ້ນເຂົ້າຂຽວງາມ ແລະ ບໍ່ມີສັດຕູພືດທໍາລາຍ ທຽບໃສ່ນາຕົນເອງທີ່ບໍ່ຢູ່ໃນເນື້ອທີ່ທົດລອງລ້ຽງເປັດ ຍັງມີຫຍ້າ ແລະ ສັດຕູພືດທໍາລາຍຢູ່ ນອກນີ້ການລ້ຽງເປັດໃນນາເຂົ້າຍັງເຮັດໃຫ້ຜົນຜະລິດເພີ່ມຂຶ້ນຈາກ 250 ກິໂລ ເປັນ 450 ກິໂລຕໍ່ 1.000 ຕາແມັດ ເມັດເຂົ້າກໍເຕັມ ແລະ ໜັກດີ ເວລາເປັນສີກໍໄດ້ເຂົ້າສານຫຼາຍ.
ທ່ານນາງ ສົດສະດີ ນາຕາວົງ ກ່າວຕື່ມອີກວ່າ: ສໍາລັບປີ 2024 ໂຄງການໄດ້ສືບຕໍ່ສະໜັບສະໜູນເປັດຕື່ມອີກ 30 ໂຕ ພ້ອມທັງຊ່ວຍອາຫານ ຕາໜ່າງ (ແຍ່ງ) ແລະ ຢາບໍາລຸງຄືເກົ່າ ນອກນີ້ຕົນຍັງໄດ້ເພາະລູກຈາກເປັດທີ່ລ້ຽງໃນປີຜ່ານມາ ເພີ່ມອີກ 35 ໂຕ ລວມ 65 ໂຕ ໂດຍແຜນການໃນຕໍ່ໜ້າຕົນຈະຂະຫຍາຍເນື້ອທີ່ ແລະ ຈໍານວນເປັດເພີ່ມຂຶ້ນອີກ ເພາະວ່າການລ້ຽງເປັດໃນນາເຂົ້າ ໃຫ້ຜົນດີຫຼາຍຢ່າງ ໂດຍສະເພາະສາມາດປະຢັດຕົ້ນທຶນ ເກືອໜ້ອຍແຕ່ເປັດໃຫຍ່ໄວ ເນື່ອງຈາກມີອາຫານໃນນາ ພາຍໃນ 3 ເດືອນ ກໍສາມາດຂາຍ ແລະ ຈົ່ງໄວ້ເຮັດແນວພັນໄດ້ (ນໍ້າໜັກ 2,5-2,8 ກິໂລຕໍ່ໂຕ) ຜ່ານການລ້ຽງມາໃນ 2 ລະດູນາປີ ສາມາດເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ.
ວຽງຈັນໃໝ່






