ຄອບຄົວຂອງ ທ່ານ ໄມ່ສີຈັນ ອາຍຸ 53 ປີຢູ່ ບ້ານ ຄອນຄໍາ ກຸ່ມພັດທະນາທີ່ 3 ເມືອງປາກອູ ແຂວງຫລວງພະບາງ ແມ່ນຄອບຄົວຫນຶ່ງ ທີ່ສູ້ຊົນສ້າງເສດຖະກິດຄອບຄົວ ພັດທະນາຊີວິດການເປັນຢູ່ ເຮັດໃຫ້ສະມາຊິກໃນຄອບຄົວມີຊີວິດດີຂຶ້ນ ໂດຍຖືເອົາອາຊີບການລ້ຽງສັດປີກເປັນຕົ້ນຕໍ.
ທ່ານ ໄມ່ສີຈັນ ໄດ້ເລົ່າສູ່ຟັງວ່າ: ໃນຄອບຄົວຂອງທ່ານມີທັງໝົດ 6 ຄົນ, ຍິງ 3 ຄົນ, ລວມມີ 6 ແຮງງານ, ການດໍາລົງຊີວິດໃນເມື່ອກ່ອນແມ່ນເຮັດໄຮ່, ເຮັດນາ ເຫັນວ່າຄອບຄົວພໍແຕ່ກຸ້ມກິນ, ຈຶ່ງໄດ້ຫັນມາຊື້ລົດໂດຍສານແລ່ນ, ແຕ່ການໃຊ້ຈ່າຍສົ່ງລູກຮຽນຍັງບໍ່ພຽງພໍ, ມາຮອດປີ 2012 ໄດ້ຊື້ລົດ 12 ລໍ້ແລ່ນ ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 100-200 ລ້ານກີບຕໍ່ປີ, ເລີ້ມເຮັດໃຫ້ຄອບຄົວດີຂື້ນ ຕໍ່ມາຍ້ອນມີລົດຫຼາຍ, ລາຍຮັບຈາກການແລ່ນລົດຫລຸດລົງ ທັງມີຄວາມຫຍຸ້ງຍາກ ບໍ່ມີເວລາຢູ່ນໍາຄອບຄົວ, ມາຮອດປີ 2015 ໄດ້ຫັນປ່ຽນອາຊີບ ມາລ້ຽງສັດປີກ ເຊິ່ງໄດ້ຕັ້ງຟາມໄກ່ພັນໄຂ່ ຊຸດທໍາອິດ 1 ຟາມໄດ້ນໍາໄກ່ເຂົ້າ 1.200 ໂຕ, ມາເຖີງປີ 2016 ມີໄກ່ 9.500 ໂຕ, ປີ 2017 ເຫັນວ່າການ ລ້ຽງໄກ່ພັນໄຂ່ໄດ້ຮັບຜົນດີ ຈິ່ງໄດ້ຂະຫຍາຍຟາມ ແລະຊື້ໄກ່ເຂົ້າອີກຈໍານວນໜຶ່ງ, ທັງໄດ້ໄປຖອດຖອນບົດຮຽນນໍາໝູ່ເພື່ອນຜູ້ທີ່ມີປະສົບການ, ມາຮອດປີ 2022-2023 ມີຟາມໄກ່ພັນໄຂ່ທັງໝົດ 5 ຟາມ, ມີໄກ່ພັນໄຂ່ 16.500 ໂຕ, ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 900ລ້ານກີບຕໍ່ປີ, ເຫັນວ່າຊີວິດການເປັນຢູ່ດີຂຶ້ນກ່ວາເກົ່າ.
ທ່ານ ໄມ່ສີຈັນ ໃຫ້ຮູ້ອີກວ່າ: ໃນຕໍ່ໜ້າຈະສືບຕໍ່ຂະຫຍາຍຟາມໄກ່ໃຫ້ໄດ້ຕື່ມ 1ຟາມ ນໍາໄກ່ເຂົ້າເພີ່ມອີກ 3.000 ໂຕ, ເພື່ອສ້າງລາຍຮັບເຂົ້າຄອບຄົວໃຫ້ໄດ້ 1 ຕື້ກວ່າກີບຕໍ່ປີ ທັງຈະຊອກແຮງງານມາຊ່ວຍຕື່ມອີກ ໂດຍເອົາຊາວໜຸ່ມ-ຍີງໜຸ່ມທີ່ຫວ່າງງານຢູ່ພາຍໃນບ້ານ ແລະເຂດໃກ້ຄຽງ ເພື່ອສ້າງວຽກເຮັດງານທຳ ແລະສ້າງລາຍຮັບໃຫ້ປະຊາຊົນ.
ຜ່ານການສະສົມທຶນຮອນມາແຕ່ລະປີ ມາຮອດປັດຈຸບັນ ສາມາດພັດທະນາປັບປຸງຊີວິດການເປັນຢູ່ພາຍໃນຄອບຄົວໃຫ້ດີຂຶ້ນເປັນກ້າວໆ ສາມາດສ້າງເຮືອນຖາວອນ 1 ຫຼັງ, ມີລົດຮຸນໄດ 1 ຄັນ, ລົດປຣາໂດ່ 1 ຄັນ, ລົດຈັກ 2 ຄັນ ໄວ້ຮັບໃຊ້ຄອບຄົວ, ມີເຄື່ອງຜະລິດແຕະໄຂ່ 1 ເຄື່ອງ, ເຄື່ອງຜະລິດຫົວອາຫານ 1 ເຄື່ອງ ແລະຊື້ດິນໄດ້ 3 ຕອນ.







