ວັນທີ 20 ກຸມພາ 2025 ນີ້, ວິທະຍາຄານເຕັກນິກການທະ ຫານ (ວຕກ) ຮ່ວມກັບຫ້ອງການທີ່ປຶກສາການທູດທະຫານ ສະ ຫະພັນ ຣັດເຊຍ ປະຈຳ ສປປ ລາວ ໄດ້ຈັດພິທີ ປາຖະກະຖາຫວນຄືນມູນເຊື້ອວັນປ້ອງກັນປິຕຸພູມ ຂອງກອງທັບ ສ ຣັດເຊຍ ຄົບຮອບ 106 ປີ (23 ກຸມພາ1919-23 ກຸມພາ 2025) ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າການທະຫານ ວຕກ, ມີສະຫາຍ ພົນຕີ
ຄຣາຍເຢັບ ເດີມິຕຣີ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງ ກັນປະເທດ ແຫ່ງ ສ ຣັດເຊຍ ປະຈໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວ ວຕກ ເຂົ້າຮ່ວມ.
ສະຫາຍ ພົນຕີ ຄຣາຍເຢັບ ເດີມິຕຣີ ໄດ້ຫວນຄືນມູນເຊື້ອ ວັນປ້ອງກັນປິຕຸພູມຂອງກອງທັບ ສ ຣັດເຊຍ ໃນຫົວຂໍ້: “ອາຊີບໜຶ່ງໃນການປົກປ້ອງປະເທດຊາດ” ເຊິ່ງເປັນວັນໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນໃນໜ້າປະຫວັດສາດ ຂອງຣັດເຊຍ, ເປັນຕົ້ນກຳເນີດ ຂອງກອງທັບແດງ ແຫ່ງສະຫະພາບໂຊວຽດ, ເປັນສັນ ຍະລັກແຫ່ງຄວາມເຄົາລົບຕໍ່ນັກຮົບຜູ້ກ້າຫານ, ວີລະຊົນຜູ້ເສຍ ສະຫຼະ ເພື່ອປະເທດຊາດ ແລະ ຕໍ່ການສ້າງວີລະກຳອັນຍິ່ງໃຫຍ່ ຂອງກອງທັບກໍຄືປະຊາຊົນຣັດເຊຍ ທັງສະແດງໃຫ້ເຫັນເຖິງຄວາມຜູກພັນອັນແໜ້ນແຟ້ນລະຫວ່າງຄົນຮຸ່ນເກົ່າ ແລະ ຮຸ່ນໃໝ່ ໃນການຖ່າຍທອດມູນເຊື້ອປະຕິວັດ ເຊິ່ງໄດ້ກາຍເປັນວັນແຫ່ງຄວາມຊົງຈໍາຂອງຊາວຣັດເຊຍ ທີ່ໄດ້ຮັບໄຊຊະນະຈາກຟາຊິດ ເຢຍລະມັນ ໂດຍການນໍາພາ ຂອງກອງທັບແດງ ເຊິ່ງເຫດການດັ່ງ ກ່າວ, ໄດ້ສະແດງໃຫ້ເຫັນ ເຖິງນໍ້າໃຈເສຍສະຫຼະອັນສູງສົ່ງ ແລະ ຄວາມຕັດສິນໃຈອັນເດັດດ່ຽວກ້າຫານຂອງນາຍ ແລະ ພົນ ທະ ຫານ ຕະຫຼອດຮອດປະຊາຊົນຊາວຣັດເຊຍ ທີ່ໄດ້ອຸທິດເລືອດ ເນື້ອ, ນ້ຳໃຈເສຍສະຫຼະ ອັນຍິ່ງໃຫຍ່ໃນການປົກປັກຮັກສາປະ ເທດຊາດ, ຄຽດແຄ້ນຕໍ່ລັດທິຟາຊິດຜູ້ຮຸກຮານ ຂອງນັກຮົບທີ່ກ້າຫານ, ວີລະຊົນຜູ້ທີ່ເສຍສະຫຼະຊີວິດ ເພື່ອປ້ອງປ້ອງປິຕຸພູມ ຈົນເຖິງວິນາທີສຸດທ້າຍ ບໍ່ວ່າຍາມສົງຄາມ ກໍຄືຍາມສະຫງົບ, ປະ ຊາຊົນຣັດເຊຍພ້ອມທີ່ຈະປົກປ້ອງບ້ານເກີດເມືອງນອນ, ຄອບ ຄົວຂອງຕົນຈາກສັດຕູທຸກເວລາ ເຊິ່ງຍາມໃດປະຊາຊົນຣັດເຊຍກໍໄດ້ສະແດງຄວາມເຄົາລົບຕໍ່ວັນສຳຄັນດັ່ງກ່າວຢ່າງບໍ່ມີວັນຫຼົງລືມ.
ວັນປ້ອງກັນປິຕຸພູມ ຂອງຣັດເຊຍ ຍັງເປັນແບບຢ່າງຂອງລັດທິວີລະຊົນໄປທົ່ວໂລກ ໂດຍສະເພາະແມ່ນປະຊົນຊົນຜູ້ຮັກ ຫອມສັນຕິພາບທີ່ຕົກຢູ່ໃຕ້ການປົກຄອງ ຂອງພວກລ່າເມື່ອງຂຶ້ນ ເພື່ອຕໍ່ສູ້ຍາດເອົາເອກະລາດມາສູ່ປະເທດຊາດ.
ໃນໂອກາດດຽວກັນ, ສະຫາຍ ພົນຕີ ຄຣາຍເຢັບ ເດີມິຕຣີ ຍັງໄດ້ລາຍງານຄວາມຄືບໜ້າ ຂອງການປະຕິບັດການພິເສດທາງ ການທະຫານ ຂອງກອງທັບຣັດເຊຍ ຢູ່ປະເທດອູແກຣນໃຫ້ນາຍ ແລະ ພົນທະຫານໃນ ວຕກ ຊາບ ຕື່ມອີກ. ສະຫາຍ ພົນຈັດຕະ ວາ ປອ ຟອງສະໝຸດ ພົນທິລາດ ພ້ອມດ້ວຍຄະນະພັກ ວຕກ ໄດ້ຕາງໜ້າໃຫ້ພະນັກງານ-ນົກຮົບ ມອບກະຕ່າດອກໄມ້ໃຫ້ສະຫາຍຜູ້ຕາງໜ້າຫ້ອງການປ້ອງກັນປະເທດຣັດເຊຍ ພ້ອມທັງ ອວຍພອນໃຫ້ນາຍ ແລະ ພົນທະຫານໃນກອງທັບ ກໍຄືປະຊາຊົນຣັດເຊຍ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນສືບຕໍ່ສ້າງສາຍພົວ ພັນມິດຕະພາບລະຫວ່າງສອງຊາດ ສອງກອງທັບ ລາວ-ຣັດເຊຍ ໃຫ້ໝັ້ນຄົງທະນົງແກ່ນ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ທີ່ມາ: ໜັງສືພິມກອງທັບ





