ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວັງວຽງ ຈຸດໝາຍປາຍທາງສໍາຄັນສໍາລັບນັກທ່ອງທ່ຽວ

Oct 22, 2024

ວັງວຽງ ຈຸດໝາຍປາຍທາງສໍາຄັນສໍາລັບນັກທ່ອງທ່ຽວ
ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍ ສຽງແຫ່ງ ຊາດລາວ ໃນວັນທີ 21 ຕຸລາ 2024 ວ່າ: ນັບແຕ່ຕົ້ນມາຮອດເດືອນຕຸລາ 2024, ມີນັກທ່ອງທ່ຽວເຂົ້າໄປທ່ຽວຢູ່ພາຍໃນເມືອງວັງວຽງ, ແຂວງວຽງຈັນ 9 ແສນກວ່າຄົນ, ໃນນີ້ ເປັນນັກທ່ອງ ທ່ຽວຕ່າງປະເທດ 4 ແສນກວ່າຄົນ. ລື່ນແຜນການປີທີ່ວາງໄວ້ 8 ແສນຄົນ ເປັນທີ່ຮຽບຮ້ອຍແລ້ວ.
ການທ່ອງທ່ຽວຢູ່ເມືອງວັງວຽງ ມີທ່າອ່ຽງດີຂຶ້ນຢ່າງຕໍ່ເນື່ອງ ເນື່ອງຈາກມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນ ທາງເຂົ້າໄປທ່ອງທ່ຽວພາຍໃນເມືອງຢ່າງຫລວງຫລາຍ, ສະເພາະປີນີ້ ແມ່ນເພີ່ມຂຶ້ນກວ່າທຸກປີຜ່ານມາ. ທັ້ງນີ້ ກໍຍ້ອນການເດີນທາງໄປເມືອງວັງວຽງ ມີຄວາມສະດວກສະບາຍ, ທັງທາງລົດໄຟ ແລະ ທາງດ່ວນ. ນອກຈາກນີ້ ບັນດາສະຖານທີ່ທ່ອງທ່ຽວ ແລະ ກິດຈະກໍາທ່ອງທ່ຽວພາຍໃນເມືອງໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ.
ທ່ານ ບຸນຈັນ ມາລາວົງ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ເມືອງວັງວຽງ ໄດ້ພັດທະນາຫລາຍຢ່າງທີ່ຕິດພັນກັບວຽກງານການທ່ອງ ທ່ຽວ ໂດຍສະເພາະການປັບປຸງພື້ນຖານໂຄງລ່າງ ເຊິ່ງທະນາຄານພັດທະນາອາຊີ ຫລື ADB ໃຫ້ທຶນສະໜັບສະໜູນ ຈໍານວນ 3 ສັນຍາ ມູນຄ່າເກືອບ 15 ລ້ານໂດລາສະຫະລັດ, ໃນນີ້ ໄດ້ຈັດຕັ້ງປະຕິບັດໄປແລ້ວ 2 ສັນຍາ ຄື: ສັນຍາໂຄງການກໍ່ສ້າງສະໜາມຂີ້ເຫຍື້ອ ແລະ ສັນຍາໂຄງການກໍ່ສ້າງຂົວຂ້າມນໍ້າຊອງ ແລະ ທາງເບຕົງວົງແຫວນໄປຫາແກ້ງຍຸຍ ເຊີ່ງຢູ່ໃນໄລຍະກະກຽມມອບ-ຮັບຜົນສໍາເລັດໂຄງການໃນໄວໆ ນີ້. ສ່ວນສັນຍາທີ 3 ຫາກໍເຊັນສັນຍານກັນໃນວັນທີ 17 ຕຸລາ 2024 ຄື: ໂຄງການປັບປຸງເສັ້ນ ທາງເທດສະບານຄືນໃຫມ່ພາຍໃນຕົວເມືອງວັງວຽງ ໂດຍຈະໄດ້ປັບປຸງເສັ້ນທາງພາຍໃນເທດສະບານເມືອງ 11 ເສັ້ນ, ຄວາມຍາວປະມານ 5.294 ແມັດ, ຈະເລີ່ມລົງມືກໍ່ສ້າງ ໃນວັນທີ 1 ພະຈິກ 2024 ແລະ ຄາດວ່າຈະໃຫ້ສຳເລັດໃນວັນທີ 31 ມັງກອນ 2026 ໃຊ້ເວລາໃນການກໍ່ສ້າງທັງຫມົດ 15 ເດືອນ. ໂຄງການຈໍນວນນີ້ ຖ້າກໍ່ສ້າງສໍາເລັດຈະເຮັດໃຫ້ເມືອງວັງວຽງ ມີໂສມໜ້າໄປ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ດີຂຶ້ນກວ່າເກົ່າ.