ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວັດຄ້າຍຢວນ ມໍລະດົກໂລກທາງວັດທະນະທຳ ແຫ່ງທີ 56 ຂອງຈີນ.

Jun 3, 2024

ວັດຄ້າຍຢວນ ເມືອງຊ້ວານໂຈ່ວ ແຂວງຝູຈ້ຽນ ຕັ້ງຢູ່ຖະໜົນຕາເວັນຕົກຂອງເມືອງຊ້ວານໂຈ່ວ ເປັນວັດບູຮານເກົ່າແກ່ທີ່ມີຊື່ສຽງ ແລະ ເປັນວັດສາດສະໜາພຸດທີ່ໃຫ່ຍທີ່ສຸດໃນຝູຈ້ຽນ ມີເນື້ອທີ່ຫລາຍກວ່າ 78.000 ຕາແມັດ, ໄດ້ຮັບການສ້າງຂຶ້ນໃນປີ 685 ໃນສະໄໝລາດຊະວົງຖັງ ມາຮອດປະຈຸບັນມີອາຍຸ 1300 ກວ່າປີ.
ຕາມການລາຍງານຂອງທ່ານ Zeng Guoheng ທູດສົ່ງເສີມວັດທະນະທຳເມືອງຊ້ວານໂຈ່ວ ແຂວງຝູຈ້ຽນໃຫ້ຮູ້ວ່າ: ວັດແຫ່ງນີ້ສ້າງຂຶ້ນຄັ້ງທຳອິດ ໂດຍແມ່ນເສດຖີທີ່ຊື່ວ່າ Huang Shougong ໄດ້ຝັນເຫັນດອກບົວເບັ່ງບານຢູ່ເທິງຕົ້ນມອນ ເລີຍ “ຕັ້ງຊື່ວັດແຫ່ງນີ້ວ່າ ວັດດອກບົວ ຕັ້ງແຕ່ນັ້ນມາໄດ້ຖືກປ່ຽນຊື່ຫລາຍຄັ້ງ ໃນທີ່ສຸດກໍ່ປ່ຽນຊື່ມາເປັນ ວັດຄ້າຍຢວນ ໃນປີ 739 ຕາມຍຸກສະໄໝຂອງລາດຊະວົງຖັງ. ໃນວັນທີ 25 ກໍລະກົດ 2021, ອົງການ ການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງ ອົງການສະຫະປະຊາຊາດ ຫລື UNESCO ໄດ້ຮັບຮອງຂຶ້ນທະບຽນເປັນມໍລະດົກໂລກທາງວັດທະນະທຳ ແຫ່ງທີ 56 ຂອງຈີນ.
ປະຈຸບັນວັດແຫ່ງນີ້ໄດ້ກາຍເປັນສະຖານທີ່ທອ່ງທ່ຽວທາງວັດທະນະທຳ ທີ່ສາມາດດຶງດູດນັກທອ່ງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມຢ່າງຫລວງຫລາຍ.
ຂ່າວ: ເພັດສະໝອນ