ວັນທີ 9 ກັນຍາ 2024, ທ່ານ ສຸວັນວິໄລແສງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຜູ້ແທນ ສະມາຄົມນັກຂ່າວແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ນຳໂດຍທ່ານ ຫວຽນດຶກເລີ້ຍ ຮອງປະທານສະມາຄົມຜູ້ທີ 1.
ສອງຝ່າຍໄດ້ໂອ້ລົມປຶກສາຫາລືກ່ຽວກັບຫັນວຽກງານສື່ມວນຊົນ ໂດຍສະ ເພາະການຫັນປ່ຽນຈາກລະບົບ ລະບົບອານາລັອກໄປສູ່ດີຈີຕອນໃນທຸກດ້ານ ເພື່ອເຮັດໃຫ້ການກະຈາຍສຽງ ແລະ ພາບໃນລະບົບສື່ແບບໃໝ່ໃຫ້ໄດ້ກ້ວາງໄກ ແລະ ລົງເຖິງຮາກຖານປະຊາຊົນໄດ້ຢ່າງທົ່ວເຖິງ ເຊິ່ງສອງຝ່າຍຈະສືບຕໍ່ຮ່ວມມືກັນໃນການສ້າງບຸກຄະລາກອນສື່ມວນຊົນໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ ດ້ວຍການສົ່ງບຸກຄະລາກອນຂອງ ວສລ ໄປຝຶກອົບຮົມຢູ່ຫວຽດນາມຕື່ມອີກ.






