ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວາງກະຕ່າດອກໄມ້ໃນໂອກາດວັນເກີດ ທ່ານ ໜູຮັກ ພູມສະຫວັນ ຄົບຮອບ 111 ປີ

Apr 9, 2025

ໃນຕອນເຊົ້າວັນທີ 9 ເມສາ ນີ້, ຄະນະພັກຫ້ອງວ່າການສູນກາງພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບພາບເໝືອນຂອງທ່ານ ໜູຮັກ ພູມສະຫວັນ ເນື່ອງໃນໂອກາດວັນເກີດ ຄົບຮອບ 111 ປີ (9/04/1914-9/4/2025) ທີ່ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ທີ່ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄູນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງທີ່ ທ່ານ ໜູຮັກ ພູມສະຫວັນ ໄດ້ອຸທິດຕົນ ເພື່ອຜົນປະໂຫຍດລວມຂອງຊາດ ຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ.
ທ່ານ ໜູຮັກ ພູມສະຫວັນ ເປັນຜູ້ນຳທີ່ດີເດັ່ນທີ່ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ຕະຫຼອດພາລະກິດປະຕິວັດຂອງ ທ່ານ ໜູຮັກ ພູມສະຫວັນ ໄດ້ພ້ອມກັບສູນກາງພັກ ທ່ານໄດ້ອຸທິດສະຕິປັນຍາ ກຳລັງວັງຊາເຂົ້າໃນການຕໍ່ສູ້ປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ: ພິພິທະພັນ ໄກສອນ ພົມວິຫານ