ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

Apr 21, 2025

ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ຂປລ. ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14/04/1955-14/04/2025) ໃນວັນທີ 21 ເມສາ 2025 ຢູ່ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິຕະພັນປະທານ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ.
ການວາງກະຕ່າດອກໄມ້ ໃນຄັ້ງນີ້, ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນຢ່າງສູງ ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ໃຫ້ແກ່ການຈັດຕັ້ງ ພັກ-ລັດ ແລະ ປວງຊົນລາວທັງຊາດ ໂດຍສະເພາະແມ່ນຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ.
ໂອກາດດັ່ງກ່າວ, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ກ່າວວ່າ: ພວກເຮົາທີ່ເປັນຊາວໜຸ່ມຮຸ່ນສືບທອດ ຕ້ອງພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນລ້ຳຄ່າ ຕາມແນວຄິດ ແລະ ອຸດົມການຂອງປະທານ ໄກສອນ ພົມວິຫານ ໃນການນໍາພາ-ຊີ້ນໍາຊາວໜຸ່ມ ໃຫ້ນັບມື້ນັບໜັກແໜ້ນເຂັ້ມແຂງ ເປັນກໍາລັງປະຈັນບານນຳໜ້າ ແລະ ເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ, ຂອງຊາດ ດ້ວຍຄວາມຈົງຮັກພັກດີ ໃຫ້ສົມກັບນາມມະຍົດທີ່ປະທານ ໄກສອນ ພົມວິຫານ ໄດ້ມອບໃຫ້ກັບຊາວໜຸ່ມທີ່ວ່າ: “ຊາວໜຸ່ມ ຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝຂອງພວກເຮົາ”.
ຂໍ້ມູນ-ພາບ: ວຽງຈັນໃໝ່