ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວາງພວງມາລາຢູ່ອານຸສາວະລີນັກບິນທະຫານອະດີດສະຫະພາບໂຊວຽດ ເນື່ອງໃນໂອກາດ ວັນໄຊຊະນະມະຫາສົງຄາມ ຄົບຮອບ 81 ປີ

May 11, 2026

ໃນວັນທີ 9 ພຶດສະພາ 2026 ນີ້, ຄະນະນໍາກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ໄດ້ເຂົ້າວາງພວງມາລາ ຢູ່ ອານຸສາວະລີ ນັກບິນທະຫານ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດໃນສົງຄາມ ອິນດູຈີນ ໃນລະຫວ່າງ ປີ 1960-1973, ເນື່ອງໃນໂອກາດ ວັນໄຊຊະນະມະຫາສົງຄາມ ປົົກປ້ອງ ມາຕຸພູມ ສ ຣັດເຊຍ ຄົບຮອບ 81 ປີ (9/5/1945-9/5/2026). ຝ່າຍລາວນຳໂດຍ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ; ຝ່າຍຣັດເຊຍນຳໂດຍ ສະຫາຍ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ ພ້ອມຄະນະ.
May be an image of text May be an image of text
May be an image of the Tomb of the Unknown Soldier and text May be an image of the Tomb of the Unknown Soldier and text
ການວາງພວງມາລາໃນຄັ້ງນີ້, ກໍ່ເພື່ອເປັນການລະນຶກເຖິງໄຊຊະນະອັນຍິງໃຫຍ່ຂອງກອງທັບແດງໂຊວຽດ ທີ່ໄດ້ຮັບໄຊຊະນະຈາກພວກຟາດຊິດເຢຍລະມັນ, ເຊິ່ງເຫດການດັ່ງກ່າວ ມັນໄດ້ສະແດງໃຫ້ເຫັນເຖິງນໍາໃຈເສຍສະຫຼະອັນສູງສົ່ງ ແລະ ຄວາມຕັດສິນໃຈອັນເດັດດ່ຽວກ້າຫານຂອງນາຍ ແລະ ພົນທະຫານ ກໍ່ຄື ປະຊາຊົນສະຫະພາບໂຊວຽດ (ສ ຣັດເຊຍ ໃນປັດຈຸບັນ). ອີກທັງເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກກອມມູນິດອະດີດສະຫະພາບໂຊວຽດ – ກອງທັບແດງໂຊວຽດທາງດ້ານວັດຖຸ ແລະ ຈິດໃຈຕໍ່ການປະຕິວັດລາວ ໃນສະໄໝສົງຄາມປົດປ່ອຍປະເທດຊາດໃນເມື່ອກ່ອນ ແລະ ລະນຶກເຖິງບຸນຄຸນ, ຄຸນງາມຄວາມດີ, ຂອງບັນດາສະຫາຍນັກບິນສະຫະພາບໂຊຫວຽດ ທີ່ເສຍສະລະຊີວິດຢູ່ປະເທດລາວ ນັບແຕ່ປີ 1960 ຮອດປີ 1973 ໃນເວລາປະຕິບັດໜ້າທີ່ໃຫ້ໄດ້ການຊ່ວຍເຫຼືອແກ່ປະຊາຊົນລາວ ເພື່ອຕໍ່ສູ້ປົດປ່ອຍປະເທດຊາດອອກຈາກການກົດຂີ່ຂຸດຮີດຂອງພວກຈັກກະພັດລ່າເມືອງຂຶ້ນ ຈົນສາມາດປົດປ່ອຍຊາດໄດ້ຢ່າງສົມບູນ.
May be an image of text May be an image of text
No photo description available.
ທີ່ມາ: ໜັງສືພິມກອງທັບ