ພິທີວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ” ຈັດຂຶ້ນໃນຕອນເຊົ້າມື້ນນີ້ ຢູ່ຫໍພິພິທະພັນໄກສອນ ພົມ ວິຫານ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະ ຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກເຂົ້າຮ່ວມ.
ສະຫາຍ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູງກາງພັກ ໄດ້ໃຫ້ຮູ້ວ່າ: ງານວາງສະແດງຮູບພາບ 70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກ ປະຊາຊົນປະຕິ ວັດລາວ ປະກອບມີບັນດາຮູບພາບ, ເອກະສານ ແລະ ວັດຖຸພັນ ຈໍານວນເກືອບ 300 ສິ້ນ ທີ່ເປັນບັນດາເຫດການອັນສໍາຄັນ, ໂດດເດັ່ນ, ເລິກເຊິ່ງ ແລະ ປະດັບໃຈທີ່ສຸດທີ່ ສະທ້ອນໃຫ້ເຫັນວິວັດທະນາການແຫ່ງການກຳເນີດເກີດຂຶ້ນ, ການເຕີບໃຫຍ່ເຂັ້ມ ແຂງ ແລະ ນໍາພາມີໄຊສະຫງ່າງາມຂອງພັກປະຊາຊົນປະຕິວັດລາວທີ່ມີກຽດສະຫງ່າ; ສ່ອງແສງໃຫ້ເຫັນວິລະກຳອັນລໍ້າເລີດຂອງພັກເຮົາໃນການນໍາພາ-ຊີ້ນໍາປວງຊົນລາວທັງຊາດ ເຮັດສຳເລັດການປະຕິວັດຕໍ່ສູ້ກູ້ຊາດ, ກໍຄືໃນພາລະກິດປົກປັກຮັກສາ, ສ້າງສາພັດຶທະນາປະເທດຊາດ ແລະ ພາລະກິດປ່ຽນແປງໃໝ່ໃນຜ່ານມາ.
ການວາງສະແດງຮູບພາບ “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ” ໃນຄັ້ງນີ້ ຍັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສຶກສາອົບຮົມມູນເຊື້ອອັນສະຫງ່າງາມຂອງພັກເຮົາ ກໍຄືສຶກສາຮໍ່າຮຽນເອົາ ແບບຢ່າງອັນດີເດັ່ນ, ໃສແຈ້ງ, ຄຸນສົມບັດສິນທຳປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆທີ່ອຸທິດຕົນເພື່ອພາລະກິດການປະຕິວັດ, ເພື່ອເຊີດຊູຄັນທຸງຊະນະເລີດຂອງພັກ, ເພື່ອຄວາມຈະເລີນວັດທະນາຂອງປະເທດຊາດອັນແສນຮັກ, ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ. ຮູບພາບດັ່ງກ່າວທັງເປັນການສຶກສາອົບຮົມໃຫ້ຄົນຮຸ່ນຫລັງ ໂດຍສະເພາະຮຸ່ນໜຸ່ມ ໃຫ້ຢຶດໝັ້ນອຸດົມການຂອງພັກ, ສືບທອດມູນເຊື້ອຂອງນັກປະຕິວັດຮຸ່ນອາວຸໂສ, ເດັດດ່ຽວພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.
ການວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ” ຈະເປີດໃຫ້ມວນຊົນສາມາດເຂົ້າຊົມໄດ້ຕາມໂມງລັດຖະການຈົນເຖິງທ້າຍປີນີ້.







