ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວາງສະແດງຮູບພາບ-ເອກກະສານ 50 ປີ ສປປ ລາວ

Dec 1, 2025

ພິທີເປີດງານວາງສະແດງຮູບພາບ ແລະ ເອກກະສານ: ພາຍໃຕ້ຫົວຂໍ້: “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນພົມວິຫານ”, ຈັດຂຶ້ນໃນຕອນເຊົ້າວັນທີວັນທີ 28 ພະຈິກ 2025 ທີ່ຫໍພິພິທະພັນ ໄກສອນ ພົມວິຫານ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມດ້ວຍບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ບັນດາສະຫາຍອະດີດການນໍາຂັ້ນສູງພັກ-ລັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ກ່າວເປີດງານວ່າ: ທ່າມກາງບັນຍາກາດທີ່ທົ່ວພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມເບີກບານມ່ວນຊື່ນ, ເອກອ້າງທະນົງໃຈພ້ອມກັນສ້າງຂະບວນການຢ່າງຟົດຟື້ນ ເຕັມໄປດ້ວຍເນື້ອໃນຄວາມໝາຍສໍາຄັນຢ່າງເລິກເຊິ່ງ ໃນການສະເຫຼີມສະຫຼອງສາມວັນປະຫວັດສາດຂອງພັກຂອງຊາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໂດຍປະຕິບັດຕາມການຊີ້ນໍາຂອງກົມການເມືອງສູນກາງພັກ ແລະ ຄະນະຊີ້ນໍາລະດັບຊາດເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດຂອງພັກຂອງຊາດ, ຄະນະຮັບຜິດຊອບກະກຽມວາງສະແດງຮູບພາບສະເຫຼີມສະຫຼອງສາມວັນປະຫວັດສາດ ໃນປີ 2025 ໄດ້ຈັດງານວາງສະແດງຮູບພາບພາຍໃຕ້ຫົວຂໍ້: “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ”.


ທ່ານກ່າວຕື່ມວ່າ: 50 ປີ ຜ່ານມາປະເທດຊາດຂອງພວກເຮົາໄດ້ຜ່ານຜ່າເສັ້ນທາງແຫ່ງການພັດທະນາ ທີ່ເຕັມໄປດ້ວຍຜົນສໍາເລັດອັນໃຫຍ່ຫຼວງໃນແຕ່ລະໄລຍະພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າ ແລະ ຮຸ່ນສືບທອດແຕ່ລະສະໄໝຈົນເຖິງປັດຈຸບັນ ໂດຍສະເພາະແນວທາງປ່ຽນແປງໃໝ່ ເຮັດໃຫ້ປະເທດຊາດພວກເຮົາໄດ້ບັນລຸຜົນສໍາເລັດ ທີ່ໜ້າພາກພູມໃຈໃນຫຼາຍຂົງເຂດ.
ສະນັ້ນ, ງານວາງສະແດງຄັ້ງນີ້, ສິແດງໃຫ້ເຫັນເຖິງໝາກຜົນ, ເຫດການສໍາຄັນ, ໂດດເດັ່ນ, ເລິກເຊິ່ງ ແລະ ປະທັບໃຈທີ່ສຸດທີ່ສະທ້ອນໃຫ້ເຫັນວິວັດທະນາການແຫ່ງການກໍາເນີດເກີດຂຶ້ນ, ຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ, ເນື້ອໃນການຈັດວາງສະແດງປະກອບມີ II ພາກໃຫຍ່ ຄື: ພາກທີ I ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ 1920-1992, ພາກທີII ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ 1975-2025 ລວມມີຮູບພາບ, ເອກະສານ ແລະ ວັດຖຸພັນຈໍານວນ 334 ອັນ.
ງານວາງສະແດງຄັ້ງນີ້, ຍັງເປັນການປະກອບສ່ວນສໍາຄັນອັນໜຶ່ງເຂົ້າໃນການສຶກສາອົບຮົມມູນເຊື້ອອັນສະຫງ່າງາມຂອງພັກ-ຂອງຊາດ ກໍຄືສຶກສາຮໍ່າຮຽນເອົາແບບຢ່າງອັນດີເດັ່ນ, ຄຸນສົມບັດສິນທໍາປະຕິວັດອັນໃສແຈ້ງຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ ຂອງປວງຊົນລາວທັງຊາດເປັນຜູ້ນໍາໜ້າພາທາງ ແລະ ຄວາມເສຍສະຫຼະທັງເຫື່ອແຮງ, ຈິດໃຈ ແລະ ສະຕິປັນຍາ ພ້ອມທັງຊີວິດອິນຊີອັນລໍ້າຄ່າ ຂອງບັນດາສະຫາຍພະນັກງານສະມາຊິກພັກ ໃນແຕ່ລະໄລຍະຂອງການປະຕິວັດເພື່ອເຊີດຊູຄັນທຸງຊະນະເລີດຂອງພັກ, ເພື່ອຄວາມຈະເລີນວັດທະນາຂອງປະເທດຊາດອັນແສນຮັກ, ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ. ພ້ອມນີ້ ຍັງເພື່ອເຮັດໃຫ້ຄົນຮຸ່ນຫຼັງ, ໂດຍສະເພາະຮຸ່ນໜຸ່ມ ໃຫ້ຢຶດໝັ້ນອຸດົມການຂອງພັກ, ສືບທອດມູນເຊື້ອຂອງນັກປະຕິວັດຮຸ່ນອາວຸໂສ, ເດັດດ່ຽວພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.
ໃນໂອກາດທີ່ມີຄວາມໝາຍສໍາຄັນ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕັດແຖບຜ້າເປີດງານວາງສະແດງຮູບພາບພາຍໃຕ້ຫົວຂໍ້: “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ” ຢ່າງເປັນທາງການ ແລະ ໄດ້ຊົມງານວາງສະແດງຮູບພາບ.
ຂ່າວ,ພາບ: ສຳນານ