ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວາງສີລາລຶກໂຄງການກໍ່ສ້າງອານຸສາວະລີຮູບຫຼໍ່ເຄິ່ງຄີງ ຂອງປະທານ ໄກສອນ ພົມວິຫານ.

Sep 9, 2024

ເມື່ອບໍ່ດົນມານີ້, ທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຊີ້ນໍາວຽກງານວັດທະນະທໍາ-ສັງຄົມແຂວງ, ໄດ້ຮ່ວມວາງສີລາລຶກໂຄງການກໍ່ສ້າງອານຸສາວະລີ ຮູບຫຼໍ່ເຄິ່ງຄີງຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ເດີ່ນສວນສາທາລະນະຂອງເມືອງ ໄຊພູທອງ ແຂວງສະຫວັນເຂດ.
ໃນພິທີ ທ່ານ ນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ ກ່າວວ່າ : ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນຄົບລົບຮັກຂອງປວງຊົນລາວທັງຊາດ ເປັນວິລະລຸດ ທີ່ມີຄວາມອົງອາດກ້າຫານ ກອບກູ້ເອົາເອກະລາດ ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາສູ່ປະຊາຊົນຊົນບັນດາເຜົ່າ, ເຊິ່ງພວກເຮົາຕ້ອງໄດ້ຮໍ່ຮຽນເອົາຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ທີ່ອຸທິດຕົນ ເພື່ອພາລະກິດປະຕິວັດ ປົດປ່ອຍຊາດ ແລະ ປະຊາຊົນບັນດາເຜົ່າ, ເພີ່ນໄດ້ສຸມສິຕິປັນຍາຄວາມຮູ້-ຄວາມສາມາດ ແລະ ຄວາມສະຫຼາດສະຫຼຽວຂອງຕົນຢ່າງບໍ່ຮູ້ອິດເມື່ອຍ ໃນພາລະກິດກອບກູ້ເອກະລາດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່, ທັງເປັນຜູ້ກໍ່ຕັ້ງກອງລາດຊະວົງ ເຊິ່ງເປັນຕົ້ນກໍາເນີດຂອງກອງທັບປະຊາຊົນລາວ ແລະ ເປັນຜູ້ປະກາດສ້າງຕັ້ງພັກປະຊາຊົນລາວ ຫຼື ພັກ ປະຊາຊົນ ປະຕິວັດລາວ ໃນປະຈຸບັນ.
ສໍາລັບໂຄງການກໍ່ສ້າງອານຸສາວະລີຂອງ ປະທານ ໄກສອນ ພົມວິຫານ ແມ່ນຈະໄດ້ລົງມືກໍ່ສ້າງຕາມແຜນຜັງ, ເຕັກນິກວິຊາການ, ຂະໜາດຮູບຫຼໍ່ເຄິ່ງຄີງສູງ 0,75 ແມັດ ແລະ ປະກອບມິການຕົບແຕ່ງປະດັບປະດາ ຖືກກັບການກໍານົດຂອງອານຸສອນສະຖານ ສູນກາງກໍານົດອອກໃນທົ່ວປະເທດ, ສ່ວນໂຄງສ້າງເສດຕະສັດ ປະກອບມີລະບົບໄຟຟ້າ, ນໍ້າປະປາ, ມີຮົ້ວອ້ອມຮອບ ແລະ ໜ້າວຽກອື່ນໆ. ສ່ວນງົບປະມານຂອງແຂວງປະກອບ 300 ລ້ານກີບ ແລະ ທຶນປະກອບສ່ວນຫາລາຍງານຈາກການຈັດງານບຸນຜ້າປ່າສາມັກຄີພາຍໃນເມືອງ ຈໍານວນ 84.550.000 ກີບ .
ທີ່ມາ: Media Laos