ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວາງສີລາລຶກໂຄງການປັບປຸງສະໜາມກິລາເຈົ້າອານຸວົງ

Mar 26, 2025

ພິທີວາງສີວາງສີລາລຶກໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອານຸວົງ, ນະ ຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນານີ້ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອານຸວົງ ແມ່ນຈະສ້າງສະໜາມກິລາແບບມີສ່ວນຮ່ວມແຫ່ງທຳອິດໃນ ສປປ ລາວ ໃຫ້ມີການນໍາໃຊ້ສະໜາມກິລາໃຫ້ເກີດປະໂຫຍດສູງສຸດ ແລະ ເໝາະສົມກັບການຈັດກິດຈະກໍາທີ່ຫຼາກຫຼາຍປະເພດກິລາ, ເປັນສະຖານທີ່ຝຶກແອບ-ຝຶກຊ້ອມ-ແຂ່ງຂັນໃຫ້ນັກກິລາຄົນພິການ ແລະ ບໍ່ພິການ ໃນລະດັບພາກພື້ນ ແລະ ພາຍໃນປະເທດ, ທັງເປັນສະຖານທີ່ເຕົ້າໂຮມມວນຊົນ ຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວທົ່ວປະເທດ ມີສະໜາມກິລາອອກກຳລັງກາຍ ຫຼິ້ນກິລາ, ເປັນການປະກອບສ່ວນສ້າງສະພາບແວດລ້ອມທີ່ດີໃນນະຄອນຫຼວງວຽງຈັນ, ສ້າງວຽກເຮັດງານທໍາໃນຊຸມຊົນ ໂດຍສະເພາະ ການສ້າງວຽກເຮັດງານທໍາໃຫ້ຄົນພິການ ເພື່ືອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍ່ຄືການພັດທະນາວຽກງານກິລາ-ກາຍຍະກໍາ ທີ່ເປັນລະບົບຄົບຊຸດ.
ໂຄງການດັ່ງກ່າວ ມີມູນຄ່າ 4,171,000,000 ເຢັນ ໂດຍມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ ເລີ່ມແຕ່ເດືອນມັງກອນ 2025 ຈົນເຖິງ ເດືອນຕຸລາ 2026 (22 ເດືອນ) ໂດຍແມ່ນບໍລິສັດທີ່ປຶກສາ AZUSA SEKKEI CO., LTD ແລະ ບໍລິສັດກໍ່ສ້າງ HAZAMA ANDO-TOA ROAD JV ເປັນຜູ້ຮັບເໝົາປັບປຸງ.