ວາງສີລາລຶກ ໂຄງການກໍ່ສ້າງສໍານັກກອງຮ້ອຍທະຫານຊາຍແດນ 214

ພິທີວາງສີລາລຶກ ໂຄງການກໍ່ສ້າງສໍານັກກອງຮ້ອຍທະຫານຊາຍແດນ 214 ກອງທັບປະຊາຊົນລາວ ເຊິ່ງເປັນຂອງຂວັນຈາກ ກອງທັບປະຊາຊົນຫວຽດນາມ ຈັດຂຶ້ນໃນວັນທີ 23 ຕຸລາ 2024 ໂດຍມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳ ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ຟານວັນຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນ ປະ ເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.
ສະຫາຍ ພົນເອກ ຟານວັນຢາງ ມີຄຳເຫັນວ່າ: ໂຄງການກໍ່ສ້າງສຳນັກກອງຮ້ອຍທະຫານຊາຍແດນ 214 ກອງທັບປະຊາຊົນລາວ ແມ່ນໂຄງການໜຶ່ງທີ່ເປັນສັນຍາລັກ ລະຫວ່າງສອງກະຊວງ ປ້ອງກັນປະເທດ, ສະແດງອອກເຖິງໄມຕີຈິດ, ມິດຕະພາບ ຄວາມສາມັກຄີຮັກແພງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໂດຍສະເພາະແມ່ນວຽກ ງານການຮ່ວມມືປົກປັກຮັກສາຊາຍແດນ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ສັງຄົມຢູ່ເຂດຊາຍແດນມີຄວາມ ເຂັ້ມແຂງ, ສ້າງເງື່ອນໄຂຄວາມສະດວກ, ຄວາມປອດໄພ ໃຫ້ແກ່ພໍ່ແມ່ປະຊາຊົນ ໃນການຂົນສົ່ງສິນຄ້າ ແລະ ພັດທະນາເສດຖະ ກິດ-ສັງຂອງສອງປະເທດ ກໍຄື ກໍາລັງຄຸ້ມຄອງປ້ອງກັນຊາຍແດນລາວ-ຫວຽດນາມ, ເປັນການສ້າງເງື່ອນໄຂຄວາມສະດວກໃຫ້ແກ່ພະນັກງານ-ນັກຮົບ ເຮັດສໍາເລັດໜ້າທີ່ ທີ່ພັກ-ລັດ, ປະຊາຊົນ ແລະ ກອງທັບ ມອບໝາຍໃຫ້.
ໃນພິທີ, ສະຫາຍ ພົນຈັດຕະວາ ຄໍາເມືອງ ໂຄດວົງຄຸນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຫົວພັນ ໄດ້ໃຫ້ຮູ້ວ່າ: ກອງຮ້ອຍທະຫານຊາຍແດນ 214 ປະກາດສ້າງຕັ້ງຂຶ້ນໃນວັນ 24 ສິງຫາ 2011 ເຊິ່ງໃນເມື່ອກ່ອນເປັນກອງຮ້ອຍປ້ອງກັນຊາຍແດນ ຂຶ້ນກັບກອງບັນຊາການທະຫານເມືອງສົບເບົາ, ຕໍ່ມາໃນປີ 2012 ກົມໃຫຍ່ເສນາທິການກອງທັບ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 1026/ກສນ, ລົງວັນທີ 16 ກໍລະກົດ 2012 ວ່າດ້ວຍການຫັນເອົາກອງຮ້ອຍປ້ອງກັນຊາຍແດນ ຂອງບັນດາເມືອງລຽບຕາມຊາຍແດນ ມາເປັນກອງຮ້ອຍທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານແຂວງ. ສະນັ້ນ, ກອງບັນຊາການທະຫານແຂວງຫົວພັນ ຈຶ່ງຕົກລົງຫັນເອົາກອງຮ້ອຍທະຫານຊາຍແດນຈຳນວນ 8 ກອງຮ້ອຍ ມາເປັນກອງຮ້ອຍທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານແຂວງ, ກອງ ຮ້ອຍທະຫານຊາຍແດນ 214 ກໍແມ່ນໜຶ່ງ ໃນ 8 ກົມກອງດັ່ງ ກ່າວ ເຊິ່ງມີສໍານັກຕັ້ງຢູ່ບ້ານປ້ອງ ເມືອງສົບເບົາ ແຂວງຫົວ ພັນ ເພື່ອຮັບປະກັນໃຫ້ແກ່ການຊີ້ນໍາ-ບັນຊາ ກໍາລັງເຮັດໜ້າທີ່ເຄື່ອນ ໄຫວຄຸ້ມຄອງ, ປ້ອງກັນຊາຍແດນ ໃຫ້ມີປະສິດທິຜົນ, ປະກອບສ່ວນສ້າງຊາຍແດນລາວ-ຫວຽດນາມ ໃຫ້ເປັນຊາຍແດນສັນ ຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ.
ຂ່າວ: ເຄນໄຊ, ຫນັງສືພິມກອງທັບ




