ພິທີວາງສີລາລຶກ ໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກ ຂອງກົມພາສີ ຈັດຂຶ້ນໃນວັນທີ 14 ພຶດສະພາ 2025 ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ເຮເທີ ວາຣີອາຣາ ເອກອັກຄະລັດສະທູດ ສະຫະລັດອາເມລິກາ ປະຈຳລາວ, ທ່ານ ນາງ ຊາມີນາ ຄາດວານີ ຫົວໜ້າຫ້ອງການ ອົງການຊະຫະປະຊາຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການກໍ່ສ້າງ ສໍານັກງານໃຫຍ່ ແລະ ສູນຝຶກກົມພາສີ ຄັ້ງນີ້, ເປັນການເພີ່ມທະວີການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໃນວຽກງານສ້າງຂີດຄວາມສາມາດໃຫ້ແກ່ການຄຸ້ມຄອງຊາຍແດນ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ອື່ນໆ ໂດຍຜ່ານການຈັດຕັ້ງປະຕິບັດໃນສັນຍາຮ່ວມມືສອງຝ່າຍ ທີ່ໄດ້ລົງນາມນັບແຕ່ປີ 2018 ເປັນຕົ້ນມາ, ລວມທັງກິດຈະກໍາຕ່າງໆ ທີ່ຈະມີຂຶ້ນໃນອະນາຄົດ ກ່ຽວກັບວຽກງານສ້າງຂີດຄວາມສາມາດ ໃຫ້ເຈົ້າໜ້າທີ່ພາສີ ມີຄວາມຊຳນານງານ ຢ່າງມືອາຊີບ.
ອາຄານແຫ່ງນີ້, ຈະກາຍເປັນສູນກາງການຮຽນຮູ້, ນະວັດຕະກຳ ແລະ ຄວາມເປັນມືອາຊີບຂອງເຈົ້າໜ້າທີ່ພາສີ ຈາກຮຸ່ນສູ່ຮຸ່ນ. ໂຄງການນີ້, ຖືເປັນໝາກຜົນອັນພົ້ນເດັ່ນອັນໜຶ່ງ ຂອງການຮ່ວມມື ລະຫວ່າງ ກົມພາສີ ແລະ ຫ້ອງການຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍ(INL), ສະຖານທູດ ສະຫະລັດອາເມລິກາ ປະຈຳລາວ ທີ່ໄດ້ສືບຕໍ່ປະກອບສ່ວນສະໜັບສະໜູນ ການພັດທະນາຂີດຄວາມສາມາດຂອງຂະແໜງການພາສີ ນັບແຕ່ອະດີດຈົນເຖິງປັດຈຸບັນ ເປັນຕົ້ນ ການສະໜອງຊ່ຽວຊານສະເພາະດ້ານ, ການທັດສະນະສຶກສາ, ການຈັດຝຶກອົບຮົມ, ອາຄານຫ້ອງການ ແລະ ສູນຝຶກ, ສາງເກັບມ້ຽນສິນຄ້າ, ພາຫະນະ ແລະ ວັດຖຸ-ອຸປະກອນ ທີ່ຈໍາເປັນໃນການປະຕິບັດວຽກງານຮັກສາຄວາມປອດໄພທາງຊາຍແດນ ແລະ ຕ້ານອາຊະຍາກຳຂ້າມຊາດ.
ທີ່ມາ: ກະຊວງການເງິນ



