ພິທີວາງສີລາລຶກໂຄງການກໍ່ສ້າງໂຮງໝໍທັນສະໄໝ ຂອງກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2025 ໂດຍມີ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ທ່ານ ຈອງ ຢອງຊູ ເອກອັກຄະລັດຸະທູດ ສ ເກົາຫຼີ ປະຈໍາ ສປປ ລາວ, ມີການນໍາກະຊວງ, ຜູ້ຕາງໜ້າ EDCF ປະຈໍາລາວ, ຜູ້ຕາງໜ້າອົງການກອຍກ້າ ປະຈໍາລາວ, ກຸ່ມບໍລິສັດ BKYC ຜູ້ກໍ່ສ້າງໂຄງການ ພ້ອມດ້ວຍມະຫາວິທະຍາໄລ ສູນການແພດຢອງນາມ ທີ່ປຶກສາໂຄງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ໜູຈອນ ກ້ອນທອງດໍາ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ກ່າວວ່າ: ກົມໃຫຍ່ພະລາທິການ ໃນນາມຄະນະຮັບຜິດຊອບໂຄງການ ຮ່ວມກັບ ກຸ່ມບໍລິສັດ BKYC ພ້ອມກັນຈັດພິທີວາງສີລາລຶກໂຄງການກໍ່ສ້າງໂຮງໝໍທັນສະໄໝ ຂອງກະຊວງ ປກສ, ເຊິ່ງເປັນໂຄງການໜຶ່ງທີ່ມີຄວາມສໍາຄັນໃນການພັດທະນາວຽກງານສາທາລະນະສຸກຂອງ ສປປ ລາວ ເວົ້າສະເພາະ ແມ່ນມີຄວາມສໍາຄັນທາງດ້ານສາທາລະນະສຸກ ຂອງກໍາລັງປ້ອງກັນຄວາມສະຫງົບ ແນໃສ່ເພື່ອຮັບປະກັນທາງດ້ານສຸຂະພາບຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນລາວ, ດ້ານພື້ນຖານໂຄງລ່າງໃຫ້ມີຄວາມທັນສະໄໝມີຄວາມພ້ອມ ແລະ ອໍານວຍຄວາມສະດວກໃນການບໍລິການປິ່ນປົວພະຍາດ, ມີອຸປະກອນການແພດທີ່ທັນສະໄໝຊ່ວຍໃນການບົ່ງມະຕິ, ພະຍາດຊັດເຈນ, ຮັບປະກັນໄດ້ທາງດ້ານຄຸນນະພາບຂອງການປິ່ນປົວ.

ລັດຖະບານແຫ່ງ ສປປ ລາວ ເຫັນຄວາມຈໍາເປັນດັ່ງກ່າວ ຈຶ່ງອະນຸມັດໃຫ້ກະຊວງປ້ອງກັນຄວາມສະຫງົບ ກໍ່ສ້າງໂຮງໝໍບ່ອນໃໝ່ໃຫ້ມີຄວາມທັນສະໄໝ ແລະ ລັດຖະບານ ໄດ້ອະນຸມັດແຫຼ່ງທຶນກູ້ຢືມ ຈາກກອງທຶນຮ່ວມເພື່ອພັດທະນາເສດຖະກິດ ສ.ເກົາຫຼີ (EDCF) ໃນມູນຄ່າທັງໝົດ 65.000.000 ໂດລາສະຫະລັດ, ໂຄງການດັ່ງກ່າວ ຈະສ້າງໃຫ້ເປັນໂຮງໝໍທີ່ມີລະບົບພື້ນຖານໂຄງລ່າງທີ່ທັນສະໄໝ, ສາມາດບັນຈຸຕຽງຄົນເຈັບໄດ້ 300 ຕຽງ, ປະກອບຄົບທຸກຂະແໜງປິ່ນປົວທາງດ້ານການແພດ, ປະກອບອຸປະກອນການແພດທີ່ທັນສະໄໝຄົບຊຸດ ແລະ ລະບົບຂໍ້ມູນຂ່າວສານການແພດທີ່ທັນສະໄໝ.

ທີ່ມາ: ຄວາມສະຫງົບ


