ວັນທີ 3 ພະຈິກ 2024 ເມືອງຊົນນະບູລີ ແຂວງສະຫວັນນະ ເຂດ ໄດ້ຈັດພິທີ ວາງສີລາລືກໂຄງການກໍ່ສ້າງອະນຸສາວະລີ ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.
ເຂົ້າຮ່ວມໃນພິທີ ມີ ທ່ານ ບົວສອນ ມະຫາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ວັນປະເສີດ ແກ້ວມະນີໄຊ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງ, ຍາທ່ານ ແກ້ວ ສີລິປຸນໂຍ ເຈົ້າຄະນະ ອພສ ເມືອງ ເຈົ້າອະທິການວັດໂພນງາມ ຕະ ຫຼອດຮອດອົງການປົກຄອງບ້ານ ແລະປະຊາຊົນເຂົ້າຮ່ວມ.
ສໍາລັບງົບປະມານໃນການກໍ່ສ້າງ ອະນຸສາວະລີ ປະທານ ໄກ ສອນ ພົມວິຫານ ແມ່ນການສະໜອງງົບປະມານຈາກພາກລັດ ແລະ ອີກສ່ວນໜຶ່ງແມ່ນການປະກອບສ່ວນ ແລະ ການລະດົມທຶນຮອນຈາກທຸກພາກສ່ວນຕ່າງໆໃນສັງຄົມ ເພື່ອເຮັດໃຫ້ການກໍ່ສ້າງສຳເລັດຕາມຄາດໝາຍ; ເຊິ່ງອົງການປົກຄອງເມືອງຊົນນະບູລີ ໄດ້ເຮັດສັນຍາ ແລະ ມອບໃຫ້ ບໍລິສັດ ເທບທອງຄຳກໍ່ສ້າງ ເຄຫະສະຖານ ເປັນຜູ້ຈັດຕັ້ງປະຕິບັດໂຄງການ, ໃນມູນຄ່າການກໍ່ສ້າງທັງໝົດ 696.970.890 ກີບ; ໃນນັ້ນທຶນຂອງແຂວງ ປະກອບ ສ່ວນ 300 ລ້ານກີບ.
ສ່ວນການອອກແບບໂຄງສ້າງ ແມ່ນໄປຕາມເຕັກນິກຮູບແບບທີ່ທາງພາກສ່ວນກ່ຽວຂ້ອງໄດ້ກໍານົດໃຫ້; ສໍາລັບໄລຍະເວລາຂອງໂຄງການກໍ່ສ້າງແມ່ນ ຈະໃຫ້ສໍາເລັດກ່ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງຊົນນະບູລີ ທີ່ຈະໄດ້ຈັດຂຶ້ນໃນຕົ້ນປີ 2025.






