ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວາງແຜນການປຸກລະດົມບໍລິຈາກເລືອດ ແລະ ຕອບສະໜອງເລືອດທີ່ປອດໄພ

Jul 4, 2025

ກອງປະຊຸມຄົບຄະນະຂອງຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ (ຄສລ) ຈັດຂຶ້ນວັນທີ 2 ກໍລະກົດ 2025 ໂດຍເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ, ມີ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ປີ 2024 ປະເທດຂອງພວກເຮົາ ໄດ້ຮັບຜົນກະທົບຈາກສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ໄພພິບັດທາງທໍາມະຊາດ ແລະ ການລະບາດຂອງພະຍາດຕ່າງໆ ເຮັດໃຫ້ຫລາຍຂະແໜງການ ໄດ້ຮັບຜົນກະທົບໃນການປະຕິບັດວຽກງານ ລວມທັງຂະບວນການປຸກລະດົມບໍລິຈາກເລືອດ ໃນຂອບເຂດທົ່ວປະເທດ, ແຕ່ພວກເຮົາກໍໄດ້ເອົາໃຈ ໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຮ່ວມກັບການຈັດຕັ້ງຂັ້ນຕ່າງໆໃນທົ່ວປະເທດ ໂດຍໃຫ້ການປະກອບ ສ່ວນໃນການປຸກລະດົມບໍລິຈາກເລືອດຢ່າງເປັນຂະບວນການຟົດຟື້ນ ໃນປີ 2024, ສະພາແຫ່ງຊາດຮັບຮອງຕາມແຜນການຕ້ອງໃຫ້ບັນລຸ 78.000 ຖົງ, ສາມາດປະຕິບັດໃນໄລຍະ 12 ເດືອນ 71.290 ຖົງ, ຖືວ່າປະຕິບັດໄດ້ 92% ຫລຸດແຜນການ 6.710 ຖົງ. ໃນນີ້, ສູນກາງປະຕິບັດໄດ້ 36.197 ຖົງ (ລື່ນແຜນການ 109% ຂອງແຜນການປີ), ທ້ອງຖິ່ນປະຕິບັດໄດ້ 35.093 ຖົງ(ຫລຸດແຜນການ 79% ຂອງແຜນການປີ).
May be an image of 12 people and suit
ສຳລັບ ປີ 2025 ແຜນການຄາດໝາຍສູ້ຊົນທີ່ສະພາແຫ່ງຊາດຮັບຮອງ ທົ່ວປະເທດຕ້ອງໃຫ້ບັນລຸ 80.400 ຖົງ. ໃນນີ້, ສູນກາງ(ກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ) ຕ້ອງບັນລຸ 34.000 ຖົງ ແລະ ທ້ອງຖິ່ນ 46.400 ຖົງ. ສຳລັບປີ 2026 ຕ້ອງໃຫ້ບັນລຸ 85.000 ຖົງ ແລະ ຮອດປີ 2030 ຕ້ອງໃຫ້ບັນລຸ 120.000 ຖົງ. ນອກນັ້ນ, ຍັງຕ້ອງໄດ້ຮັບປະກັນໃຫ້ເລືອດທີ່ໄດ້ຮັບຈາກການບໍລິຈາກເລືອດມີຄວາມປອດໄພ, ຮັບປະກັນໃຫ້ມີຄຸນະພາບຕາມມາດຕະຖານທີ່ວາງໄວ້.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄວາມເອົາໃຈໃສ່ຂອງຄະນະນໍາ, ການຈັດຕັ້ງທຸກຂັ້ນ, ພະນັກງານ, ນັກປຸກລະດົມ, ອາສາສະໝັກ ແລະ ຜູ້ບໍລິຈາກເລືອດທຸກທ່ານ ທີ່ໄດ້ເອົາໃຈໃສ່ວຽກຢ່າງຫ້າວຫັນ ຈົນມີຜົນສຳເລັດເປັນໜ້າພໍໃຈ, ພ້ອມທັງເນັ້ນໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ປະກອບສ່ວນສຸມທຸກກຳລັງ, ທ່າແຮງທີ່ມີເຂົ້າໃນວຽກງານດັ່ງກ່າວ, ເພາະຄວາມຕ້ອງການເລືອດເປັນສິ່ງສໍາຄັນກໍຕາມ ແຕ່ການໄດ້ຮັບເລືອດ ແລະ ຜະລິດຕະພັນເລືອດ ຈາກເລືອດທີ່ມີຄຸນນະພາບ ແລະ ປອດໄພ ຍັງປະສົບກັບບັນຫາ, ຍັງບໍ່ທັນພຽງພໍກັບຄວາມຕ້ອງການ ແລະ ເປັນສິ່ງທ້າທາຍ ໃນດ້ານການປຸກລະດົມບໍລິຈາກເລືອດ ເພື່ອໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.
ຂ່າວ: ໜັງສືພິມວຽງຈັນໃໝ່