ວາລະສານ ສິວຊື້ ສະບັບທີ 2 ທີ່ພິມຈຳໜ່າຍໃນວັນທີ 16 ມັງກອນ 2025 ໄດ້ລົງພິມບົດຄວາມສຳຄັນຂອງ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ທີ່ພາດຫົວເລື່ອງ “ຫຼາຍບັນຫາສຳຄັນດ້ານທິດສະດີ ແລະ ພຶດຕິກຳຕົວຈິງໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ”.
ບົດຄວາມເນັ້ນໜັກວ່າ: ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ 18 ໄດ້ເປີດຂະບວນການໃໝ່ແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານ ແລະຊຸກຍູ້ການປະຕິຮູບດ້ວຍການອອກແບບຢ່າງເປັນລະບົບໃນຍຸກໃໝ່, ໄດ້ສ້າງສະພາບການໃໝ່ແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງປະເທດຈີນ ເຊິ່ງມີຄວາມໝາຍແບບໄຂສັງກາດໃໝ່.
ບົດຄວາມຊີ້ໃຫ້ເຫັນວ່າ: ການຮັກສາທາດແທ້ ແລະ ປະດິດສ້າງເປັນຫຼັກການສຳຄັນຍິ່ງ ທີ່ຕ້ອງກຳແໜ້ນ ແລະ ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ. ການປະຕິຮູບຂອງພວກເຮົາຕ້ອງມີທິດທາງ ແລະ ມີຫຼັກການ. ຕ້ອງຊີ້ນຳ ແລະ ຊຸກຍູ້ການປະຕິຮູບດ້ວຍວິທີວິທະຍາສາດ; ຕ້ອງສ້າງບັນຍາກາດອັນດີງາມເພື່ອລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ; ຕ້ອງເຂົ້າໃຈ ແລະ ເຊື່ອມຊຶມຢ່າງຖືກຕ້ອງຕໍ່ເນື້ອໃນຈິດໃຈຂອງ “ຂໍ້ຕົກລົງກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ” ຂອງກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ 20, ສ້າງພື້ນຖານແນວຄິດ ແລະ ພື້ນຖານປະຊາຊົນຢ່າງໜັກແໜ້ນ ທີ່ທົ່ວພັກ ແລະ ທົ່ວສັງຄົມຮ່ວມກັນຊຸກຍູ້ການປະຕິຮູບ. ນຳພາການຄາດຄະເນດ້ານການປະຕິຮູບຢ່າງສົມເຫດສົມຜົນ, ນຳພາພະນັກງານ ແລະ ປະຊາຊົນປະຕິບັດຢ່າງຖືກຕ້ອງ ຕໍ່ການປັບປຸງການພົວພັນດ້ານຜົນປະໂຫຍດ ແລະ ຜົນໄດ້ຜົນເສຍຂອງສ່ວນຕົວໃນຂະບວນການປະຕິຮູບ; ຍຶດໝັ້ນຖືຄົນເປັນກົກ ແລະ ກວດສອບການປະຕິຮູບດ້ວຍຜົນງານ ແລະ ປະສິດທິຜົນຕົວຈິງ ແລະ ຄວາມເພິ່ງພໍໃຈຂອງປະຊາຊົນ.



