ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍການຮ່ວມມືກັບລັດຖະບານອົດສະຕຣາລີ ກຳລັງໃຫ້ການສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງແກ່ຄູ ດ້ວຍການອອກວິດີໂອທີ່ແນະນຳການແກ້ໄຂສິ່ງທ້າທາຍໃນການສອນຫ້ອງຄວບ.
ໃນ ສປປ ລາວ , ໜຶ່ງສ່ວນສາມຂອງຫ້ອງຮຽນໃນທົ່ວປະເທດ ແມ່ນເປັນຫ້ອງຄວບ ທີ່ມີການຮຽນຮ່ວມກັນ 2 ຂັ້ນຮຽນ ຫຼື ຫຼາຍກວ່ານັ້ນໃນຫ້ອງຮຽນດຽວ. ວິດີໂອຕອນໃໝ່ນີ້ ໄດ້ນຳສະເໜີ ຄຳແນະນຳໃນການສອນ ແລະ ວິທີການປະຕິບັດ ເພື່ອຊ່ວຍເຫຼືອຄູໃນການແຕ່ງບົດສອນ ແລະ ສອນບົດຮຽນຫ້ອງຄວບຢ່າງມີປະສິດທິພາບ.
ກົດຮັບຊົມໄດ້ທີ່ລິ້ງນີ້: https://youtu.be/9Hd9GbPhVGI?si=h62csY9F9yDobAua






