ວັນທີ 6 ພະຈິກ 2025, ຢູ່ວິທະຍາຄານນາຍທະຫານບົກ ກົມມະດຳ ມີພິທີສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 2 , ມີສະຫາຍ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນປະກອບ, ວິທີການ, ວາລະດໍາເນີນການຈັດຕັ້ງ ງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສນາທິການກອງທັບ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການ, ກະຊວງ, ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ສ້າງແຜນການຈັດຕັ້ງສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 2 ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກອ້າງຜົນງານການສ້າງສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງປະເທດ ພ້ອມທັງ ຖືເອົາໂອກາດນີ້ ເຕົ້າໂຮມຄວາມສາມັກຄີປອງດອງຊາດ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດຊີ້ນໍາ ຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.
ບັນດາຄະນະນຳແຕ່ລະກ້ອນກຳລັງ ປກຊ-ປກສ ໄດ້ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເປັນເອກະພາບທາງດ້ານເນື້ອໃນ, ຮູບແບບການຫັດແອບ, ຈັງຫວະທ່າທີຕ່າງໆ, ວິທີການຮັກສາສຸຂະພາບ, ວິທີການຢູ່ຮ່ວມກັນ ແລະ ສະເໜີວິທີການແກ້ໄຂໃຫ້ມີປະສິດທິພາບດີຂຶ້ນ.
ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມພາກພູມໃຈ ພ້ອມທັງຊົມເຊີຍຕໍ່ຄະນະຮັບຜິດຊອບແຕ່ລະໜ້າວຽກ ແລະ ກຳລັງຫັດແອບສວນສະໜາມທຸກສະຫາຍ ທີ່ມີຄວາມຕັ້ງໜ້າເອົາໃຈໃສ່ຈັດຕັ້ງປະຕິບັດຫັດແອບຈົນມີຜົນສຳເລັດໃນເບື້ອງຕົ້ນ, ການສະແດງທົດລອງ ເຫັນວ່າມີຄວາມງົດງາມ, ເປັນເອກະພາບ, ເຂັ້ມແຂງ ແລະ ຮັກສາໄດ້ ບັນດາລະບຽບການ. ຜົນງານທັງໝົດ ລ້ວນແລ້ວແຕ່ເປັນຄວາມພະຍາມຍາມ, ຄວາມອົດທົນ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງແຕ່ລະພາກສ່ວນ. ພ້ອມນີ້, ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ໄດ້ຮັບມອບໝາຍ ແຕ່ລະໜ້າວຽກ ໃຫ້ສືບຕໍ່ແກ້ໄຂບັນຫາທີ່ຍັງບໍ່ທັນສ່ອດຄ່ອງ ເພື່ອຮັບປະກັນໃນມື້ສະແດງແທ້, ໃຫ້ສືບຕໍ່ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອປັບປຸງວິທີການຕ່າງໆ ໃຫ້ດີຂຶ້ນ, ໃຫ້ພ້ອມກັນຮັກສາສຸຂະພາບ ແລະ ປະຕິບັດລະບຽບການຕ່າງໆ ຢ່າງເຂັ້ມງວດ.
ຂ່າວ,ພາບ: ແສງເດືອນ , ຈອນນີ້






