ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວິທະຍາໄລຄູ 8 ແຫ່ງ ໃນທົ່ວປະເທດ ຮ່ວມມືທາງດ້ານການບໍລິຫານ-ຄຸ້ມຄອງ ແລະ ວິຊາການ.

Jan 28, 2025

ວິທະຍາໄລຄູ 8 ແຫ່ງ ໃນທົ່ວປະເທດ ຮ່ວມມືທາງດ້ານການບໍລິຫານ-ຄຸ້ມຄອງ ແລະ ວິຊາການ.
ວັນທີ 27 ມັງກອນ 2025, ທີ່ຫ້ອງປະຊຸມຂອງວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈລະ ຫວ່າງ ວິທະຍາໄລຄູ 8 ແຫ່ງໃນທົ່ວປະເທດລາວ ຄື: ວິທະຍາໄລຄູ ສະຫວັນນະເຂດ, ວິທະຍາໄລຄູ ປາກເຊ, ວິທະຍາໄລຄູ ສາລະວັນ, ວິທະຍາໄລຄູ ບ້ານເກິນ, ວິທະຍາໄລຄູ ດົງຄໍາຊ້າງ, ວິທະຍາໄລຄູ ຫຼວງພະບາງ, ວິທະຍາໄລຄູ ຄັງໄຂ ແລະ ວິທະຍາໄລຄູ ຫຼວງນໍ້າທາ ວ່າດ້ວຍການຮ່ວມມືທາງດ້ານການບໍລິຫານ-ຄຸ້ມຄອງ ແລະ ວິຊາ ການ.
ໃຫ້ກຽດເປັນປະທານໂດຍ ທ່ານ ຮສ.ນາງ ວົງເດືອນ ໂອໃສ ວ່າການຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ. ກ່າວຕ້ອນຮັບແຂກ ແລະ ສະຫຼຸບລາຍງານການປະຕິບັດບົດບັນທຶກການຮ່ວມມືໃນໄລຍະທີ່ຜ່ານມາ ໂດຍ ທ່ານ ລັດສະໝີ ພະໄຊສີ ຜູ້ອໍານວຍການ ວິທະຍາໄລຄູ ສະຫວັນນະເຂດ.
Cr. ວິທະຍາໄລຄູແຂວງສະຫວັນນະເຂດ