ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າ ວັນທີ 20 ມັງກອນ 2023 ວິທະຍຸກະຈາຍສຽງແຫ່ງຊາດລາວຈັດກອງປະຊຸມສະຫລຸບການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສຸວັນ ວິໄລແສງ ກໍາມະການໃນຄະນະພັກກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ເລຂາຄະນະພັກຮາກຖານ ວິທະຍຸກະຈາຍສຽງແຫ່ງຊາດລາວ, ທັງເປັນຜູ້ອໍານວຍໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ, ຫົວໜ້າ, ຮອງຫົວໜ້າພະແນກຕ່າງໆ ພ້ອມດ້ວຍພະນັກງານວິຊາການພາຍໃນ ວິທະຍຸກະຈາຍສຽງແຫ່ງຊາດລາວ.
ທ່ານ ສຸວັນ ວິໄລແສງ ໄດ້ຂຶ້ນລາຍງານບົດສະຫລຸບ ປະຈໍາປີ ໂດຍໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດໃນແຕ່ລະດ້ານຂອງການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ເຊຶ່ງຕະຫລອດໄລຍະ 1 ປີຜ່ານມາ ຄະນະພັກຮາກຖານກໍ່ຄືຄະນະອໍານວຍການວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານການເມືອງແນວຄິດ ໂດຍໄດ້ເຂົ້າຮ່ວມການເຊື່ອມຊຶມເອກະສານຕ່າງໆ ທີ່ຄະນະພັກແຕ່ລະຂັ້ນຈັດຂຶ້ນ,ໄດ້ກຽມພ້ອມໃນທຸກເງື່ອນໄຂເພື່ອຮັບໃຊ້ໜ້າທີ່ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານທີ່ຂັ້ນເທິງມອບໝາຍຢ່າງສຸດກົກສຸດປາຍ, ຖືເອົາກອງປະຊຸມສ່ອງແສງປະຈໍາອາທິດຂອງຄະນະອໍານວຍການ ແລະ ຄະນະພະແນກການຕ່າງໆ ອ້ອມຂ້າງວິທະຍຸກະຈາຍສຽງແຫ່ງຊາດລາວເປັນເວທີປຶກສາຫາລືວຽກງານວິຊາສະເພາະ ແລະ ການຮ່ວມຊີວິດພັກປະຈໍາເດືອນຂອງ 5 ໜ່ວຍພັກທີ່ຂຶ້ນກັບ ພ້ອມທັງລາຍງານສ່ອງແສງພັກ-ລັດປະຈໍາເດືອນເປັນບ່ອນສົ່ງຂ່າວ-ຕໍານິກໍ່ສ້າງເຊິ່ງກັນ ແລະ ກັນ ດ້ວຍຄວາມຮັກແພງ, ເພື່ອປັບປຸງແກ້ໄຂບັນຫາຂໍ້ຫຍຸ້ງຍາກຕ່າງໆ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ດໍາເນີນໄປ ຢ່າງມີປະສິດທິພາບ, ປະສິດທິຜົນ, ບັນລຸຄາດໝາຍທີ່ໄດ້ວາງອອກ ເຊິ່ງສາມາດຍາດໄດ້ຜົນງານໄດ້ຫລາຍເປັນຕົ້ນ: ສາມາດຂຽນຂ່າວ-ບົດດ້ານການເມືອງໄດ້ທັງໝົດ 20.000 ກວ່າຂ່າວ, ກວມເອົາເກືອບ 10 ສ່ວນຮ້ອຍ, ຂ່າວດ້ານເສດຖະກິດ 50.969 ຂ່າວ-ບົດ ກວມເອົາເກືອບ 25 ສ່ວນຮ້ອຍ, ດ້ານວັດທະນະທໍາ-ສັງຄົມບັນລຸໄດ້ 50,969 ຂ່າວ-ບົດ ກວມເອົາຫລາຍກວ່າ 22 ສ່ວນຮ້ອຍ, ດ້ານສິລະປະບັນເທີງ ບັນລຸໄດ້ 42.655 ຄັ້ງ ກວມເອົາເກືອບ 21 ສ່ວນຮ້ອຍ.
ນອກນີ້ຍັງໄດ້ຮັບຂ່າວທ້ອງຖິ່ນ ແລະ ໂຄສະນາຜ່ານທາງຄື້ນ ວິທະຍຸກະຈາຍສຽງແຫ່ງຊາດລາວທັງໝົດ 22.293 ຂ່າວໃນນີ້ ພາກຂ່າວທົ່ວໄປໄດ້ 12.045 ຂ່າວ, ລາຍການຂ່າວເຫດການໄດ້ 9.125 ຂ່າວ, ພາກຂ່າວພາສາມົ້ງໄດ້ 396 ຂ່າວ ແລະ ພາກຂ່າວພາສາຂະມຸໄດ້ 727 ຂ່າວ.
ຜູ້ອໍານວຍໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ຍົກໃຫ້ເຫັນຕື່ມວ່າ: ເຖິງວ່າປີຜ່ານມາ ຈະພົບກັບສະພາບຫຍຸ້ງຍາກຫລາຍດ້ານ ຍ້ອນການລະບາດຂອງພະຍາດ ໂຄວິດ19 ທີ່ເລີ່ມລະບາດມາແຕ່ປີ 2019, ປີ 2022 ຜ່ານມາ ອ້າຍນ້ອງພະນັກງານພາຍໃນວິທະຍຸກະຈາຍສຽງແຫ່ງຊາດລາວ ສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້ ໂດຍບໍ່ໄດ້ປະລະໜ້າທີ່ຄວາມຮັບຜິດຊອບຂອງຕົນ ບາງຄັ້ງຕ້ອງໄດ້ເຮັດວຽກນອກໂມງລັດຖະການ ຫລືເຮັດວຽກງານຢູ່ເຮືອນຂອງຕົນ ແຕ່ສາມາດກະຈາຍສຽງໄດ້ຕາມປົກກະຕິ, ເຊິ່ງໃນຕໍ່ໜ້ານີ້ ກໍຕ້ອງໄດ້ເອົາໃຈໃສ່ດ້ານເຕັກນິກ ກໍຄືດ້ານເນື້ອໃນ ຕ້ອງສູ້ຊົນປະຕິບັດໃຫ້ໄດ້ຕາມການມອບໝາຍຈາກຂັ້ນເທິງ ເຊິ່ງຜົນງານ ແລະຜົນສໍາເລັດທີ່ຍາດມາໄດ້ນັ້ນແມ່ນຍ້ອນຄວາມຮັບຜິດຊອບຂອງແຕ່ລະຄົນ ແຕ່ລະພພະແນກການ ແລະຍ້ອນການຊີ້ນໍ-ນໍາພາ ຂອງອົງຄະນະພັກແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຢ່າງທົ່ວເຖິງ.
ປະຈຸບັນ ວິທະຍຸກະຈາຍສຽງແຫ່ງຊາດລາວ ປະກອບມີ 9 ພະແນກການຄື: ພະແນກຄຸ້ມຄອງບໍລິຫານ, ພະແນກບັນນາທິການຂ່າວ-ບົດ, ພະແນກລາຍການ, ພະແນກອິນເຕີເນັດ, ລາຍການພາສາມົ້ງ, ລາຍການພາສາກຶມມຸ, ພະແນກພາສາຕ່າງປະເທດ, ພະແນກເຕັກນິກການສຽງ ແລະພະແນກເຄື່ອງສົ່ງ, ປະກອບມີພະນັກງານລັດຖະກອນທັງໝົດ 100ກວ່າຄົນ. ກະຈາຍສຽງດ້ວຍລະບົບ AM ແລະ FM ນອກຈາກນັ້ນຍັງສາມາດຕິດຕາມຟັງທາງເວັບໄຊ: www.lnr.org.la ແລະເຟສບຸກ Lao National Radio ແລະຟັງຜ່ານໂທລະສັບດ້ວຍແອັບ Lao National Radio ແລະ Radio garden .