ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຈັດພິທີສະເຫລີມສະຫລອງ ວັນແມ່ຍິງສາກົນ​ວັນທີ 8 ມີນາ​ ຄົບຮອບ 115 ປີ

Mar 5, 2025

ຕອນເຊົ້າວັນທີ 5 ມີນາ​ 2025 ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຈັດພິທີສະເຫລີມສະຫລອງ ວັນແມ່ຍິງສາກົນ​ວັນທີ 8 ມີນາ​ ຄົບຮອບ 115 ປີ.​
ໃຫ້ກຽດເຂົ້າຮ່ວມງານໃນຄັ້ງນີ້ ມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ບົວໄລ ພານຸວົງ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ,​ ນອກຈາກນັ້ນຍັງມີ ທ່ານນາງ ຈຳພອນ ວົງສາ ຄະນະສະຫະພັນແມ່ຍິງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານນາງ ວິຈິດສະຫວັນ ຈັນເທລີ ປະທານສະຫະພັນແມ່ຍິງວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມດ້ວຍເອື້ອຍນ້ອງແມ່ຍິງ ແລະ ພະນັກງານໃນວິທະຍຸກະຈາຍສຽງແຫ່ງຊາດລາວ ເຂົ້າຮ່ວມ.
ການສະເຫຼີມສະຫຼອງວັນແມ່ຍິງສາກົນຂອງວິທະຍຸກະຈາຍສຽງແຫ່ງຊາດລາວ​ໃນຄັ້ງນີ້ ນອກຈາກເປັນການທວນຄືນມູນເຊື້ອແມ່ຍິງແລ້ວ ຍັງຈັດໃຫ້ມີການແຂ່ງຂັນຄູ່ຟ້ອນງາມລຳວົງລາວ ເຊິ່ງກຳນົດເອົາ​2ຈັງຫວະເຂົ້າແຂ່ງຂັນ ຄື: ຈັງຫວະທ່າເຊີນຊວນລຳວົງລາວ ແລະຈັງຫວະ ລຳວົງສາລະວັນ​ ເພື່ອເປັນການສົ່ງເສີມ ແລະ ຮັກສາວັດທະນະທຳລາວ ໂດຍສະເພາະ ລຳວົງລາວ ໃຫ້ຢູ່ຄູ່ກັບຄົນລາວຕະຫລອດໄປ; ເຊິ່ງຄູ່ຟ້ອນງາມອັນດັບທີ1 ແມ່ນນາງເວີນວັງ ຄູ່ກັບທ້າວລີໄຊ,​ຄູ່ຟ້ອນງາມອັນດັບທີ2 ນາງສຸດຖະໜອມ ຄູ່ກັບທ້າວພັກສະຫວັນ ແລະຄູ່ຟ້ອນງາມອັນດັບທີ3ແມ່ນນາງບັນລັງທອງ ຄູ່ກັບທ້າວພູເງິນ ນອກນັ້ນຍັງມີລາງວັນແລະກິດຈະກຳອື່ນໆຕຶ່ມອີກ.
May be an image of 11 people, dais and text
May be an image of 5 people, dais and text
May be an image of 4 people, dais and text that says 'E0 ESSESIALG ESS HAHA HUAWEI Mate X3 XMAGE 27mm 18 V7655 15050'
May be an image of 3 people, dais and text that says 'HUAWEI HUAWEIMateX3 Mate X3 CE 27mm FLB 77Es 15050'
May be an image of 6 people and text