ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວິທະຍຸກະຈາຍສຽງແຫ່ງຊາດລາວ ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1960 ຢູ່ເຂດທີ່ໝັ້ນການປະຕິວັດເຂດປົດປ່ອຍພາກເໜືອຂອງລາວ ໂດຍໃສ່ຊື່ວ່າ: ວິທະຍຸກະຈາຍສຽງຝ່າຍປະເທດລາວ ມາຮອດປີນີ້ (2025) ມີອາຍຸຄົບຮອບ 65 ປີ.

Aug 13, 2025

ວິທະຍຸກະຈາຍສຽງແຫ່ງຊາດລາວ ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1960 ຢູ່ເຂດທີ່ໝັ້ນການປະຕິວັດເຂດປົດປ່ອຍພາກເໜືອຂອງລາວ ໂດຍໃສ່ຊື່ວ່າ: ວິທະຍຸກະຈາຍສຽງຝ່າຍປະເທດລາວ ມາຮອດປີນີ້ (2025) ມີອາຍຸຄົບຮອບ 65 ປີ.
ຕະຫຼອດໄລຍະ 65 ປີຜ່ານມາ, ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຮັບການພັດທະນາ ແລະ ປັບປຸງຕົນເອງ ຈາກສະຖານີອ່ອນນ້ອຍ ຄ່ອຍໆເຕີບໃຫຍ່ຂະຫຍາຍຕົວຂຶ້ນທຸກດ້ານໃນແຕ່ລະໄລຍະຈົນມາເຖິງທຸກວັນນີ້.
ເວົ້າສະເພາະໃນໄລຍະ 40 ປີ ພາຍໃຕ້ຮົ່ມທຸງສີແດງແຫ່ງແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ຫຼື ເອີ້ນວ່າ ໄລຍະແຫ່ງການປ່ຽນແປງຈິນຕະນາການໃໝ່ນັບແຕ່ປີ 1986 ເປັນຕົ້ນມາ, ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ສືບຕໍ່ປະຕິບັດບົດບາດເປັນຂົວຕໍ່ລະຫວ່າງພັກ-ລັດ ກັບປະຊາຊົນ, ເປັນສື່ມວນຊົນອີເລັກໂຕຣນິກທີ່ວ່ອງໄວ, ທັນການ ແລະ ກວ້າງໄກ ໃນການໂຄສະນາແນວທາງປ່ຽນແປງໃໝ່ຂອງພັກຕໍ່ພາຍໃນ ແລະ ຕ່າງປະເທດ. ເນື້ອໃນການໂຄສະນາໄລຍະນີ້ໄດ້ມີການຫັນປ່ຽນ ໝາຍຄວາມວ່າໄດ້ສຸມໃສ່ໂຄສະນາສ່ອງແສງ 2 ດ້ານ ຄື: ນຳເອົາແນວທາງປ່ຽນແປງໃໝ່, ແຜນນະໂຍບາຍ ແລະ ມະຕິຄຳສັ່ງຕ່າງໆຂອງພັກ ລວມທັງແຜນການຂອງລັດ ເຜີຍແຜ່ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ພ້ອມທັງສ່ອງແສງຫາງສຽງສັງຄົມ, ຂະບວນການກໍຄືຜົນງານຂອງປະຊາຊົນ ແລະ ສະພາບການຕົວຈິງຢູ່ແຕ່ລະທ້ອງຖິ່ນໃຫ້ພັກ-ລັດໄດ້ຮັບຮູ້, ເພື່ອປະກອບສ່ວນປັບປຸງນະໂຍບາຍ, ແຜນການແຫ່ງລັດໃຫ້ສອດຄ່ອງ ແລະ ຊີ້ນຳທ່ວງທັນເວລາ. ຂະນະດຽວກັນ ຍັງເຮັດໜ້າທີ່ເປັນເວທີໃຫ້ຄວາມຮູ້ ໃຫ້ການສຶກສາແກ່ປະຊາຊົນ ດ້ວຍການເຜີຍແຜ່ບົດຮຽນທີ່ເປັນຕົວແບບດ້ານຕ່າງໆຂອງຄອບຄົວ ແລະ ຂອງກົມກອງທ້ອງຖິ່ນ, ເປັນແຫຼ່ງສະໜອງຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ຄວາມບັນເທີງ ແກ່ຜູ້ຟັງຢ່າງກວ້າງຂວາງ ພ້ອມກັນນີ້ຍັງໄດ້ເອົາໃຈໃສ່ໂຄສະນາຕໍ່ຕ່າງປະເທດຢ່າງເປັນປົກກະຕິຕື່ມອີກ.
ສາມາດເວົ້າໄດ້ວ່າ: ຕະຫຼອດໄລຍະ 40 ປີພາຍໃຕ້ຮົ່ມທຸງສີແດງແຫ່ງການແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ບັນດາເນື້ອໃນໂຄສະນາຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ມີຫຼາຍສີສັນ ຫຼາຍຮູບແບບ ແລະ ອຸດົມສົມບູນຂຶ້ນ ສາມາດສ່ອງແສງໃຫ້ເຫັນໄດ້ຊີວິດຕົວຈິງຂອງສັງຄົມ ລວມທັງນຳ
ສະເໜີເຫດການຕ່າງໆທີ່ເກີດຂຶ້ນຢູ່ພາຍໃນປະເທດ ແລະ ສະພາບການສາກົນທີ່ຜັນແປໄປຢ່າງສັບສົບ ໄດ້ຢ່າງວ່ອງໄວ; ຮູບການ ແລະ ວິທີການຕົ້ນຕໍໃນການປະຕິບັດໜ້າທີ່ວິຊາສະເພາະແມ່ນການສຳພາດບັນທຶກສຽງ, ການຖ່າຍທອດສຽງ, ການຈັດລາຍການ, ການຂຽນບົດ-ຂຽນຂ່າວດ້ວຍຕົນເອງ ແລະ ອ່ານອອກອາກາດສົດ. ບາງບັນຫາ ແລະ ບາງເຫດການດ່ວນ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຢືນຢູ່ແຖວໜ້າກະຈາຍອອກອາກາດຢ່າງວ່ອງໄວທັນການ, ອັນພົ້ນເດັ່ນແມ່ນໄດ້ຫັນປ່ຽນວິທະຍຸມີພາບຕາມການຫັນປ່ຽນເຕັກໂນໂລຊີ ແລະ ຄວາມນິຍົມຂອງສັງຄົມ ໂດຍໄດ້ຜະລິດຄລິບວິດີໂອສັ້ນ ແລະ ລາຍການຕ່າງໆອອກອາກາດທາງສື່ອອນລາຍ, ຜ່ານເພສເຟສບຸກ, ຢູທູບ ແລະ ເວັບໄຊຂອງຕົນເອງ ເຮັດໃຫ້ຜູ້ຟັງມີທາງເລືອກໃນການບໍລິໂພກຂໍ້ມູນຂ່າວສານ ໃນຍຸກໂລກາພິວັດ ຫຼື ຍຸກແຫ່ງເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝ.
ດ້ານເຕັກນິກຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນໄລຍະ 40 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ກໍໄດ້ຮັບການປັບປຸງ ແລະ ຍົກລະດັບຂຶ້ນທຸກດ້ານ, ໄດ້ຄ່ອຍໆຫັນການກະຈາຍສຽງຈາກລະບົບອານາລ໋ອກໄປສູ່ດີຈິຕອນເທື່ອລະກ້າວ; ກະແສຄື້ນຂອງວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ກວມປະມານ 90 ສ່ວນຮ້ອຍຂອງພື້ນທີ່ທົ່ວປະເທດ ເຮັດໃຫ້ຜູ້ຟັງໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກສາມາດເຂົ້າເຖິງຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ທັນເຫດການ. ພ້ອມກັນນັ້ນ, ຍັງໄດ້ເອົາໃຈໃສ່ບຳລຸງສ້ອມແປງ ແລະ ປົກປັກຮັກສາພື້ນຖານການກະຈາຍສຽງຢ່າງເປັນປົກກະຕິ, ປັບປຸງລະບົບເຕັກນິກເຄື່ອງສົ່ງທີ່ເກົ່າແກ່ ໃຫ້ສາມາດສົ່ງກະແສຄື້ນໄປເຖິງທຸກກຸ່ມເປົ້າໝາຍ ເຊິ່ງຜູ້ຟັງສ່ວນຫຼາຍຢູ່ເຂດຫ່າງໄກສອກຫຼີກ. ການນຳໃຊ້ລະບົບໄອທີ ເຂົ້າສູ່ຂອດການຜະລິດລາຍການ, ການເກັບມ້ຽນຂໍ້ມູນ ແລະ ລະບົບການຄົ້ນຫາຂໍ້ມູນ ຫັນເປັນທັນສະໄໝ, ໄດ້ບຳລຸງສ້າງພະນັກງານໃນຫຼາຍລະດັບແຕກຕ່າງກັນທັງໄລຍະສັ້ນ ແລະ ໄລຍະຍາວ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮອງຮັບໜ້າວຽກທີ່ກຳລັງພັດທະນາກ້າວໄປຂ້າງໜ້າ ເຮັດໃຫ້ຄຸນນະພາບຂອງລາຍການສູງຂຶ້ນ ແລະ ລະບົບສຽງທີ່ກະຈາຍອອກອາກາດ ມີຄວາມເສາະໃສ ນິ້ມນວນຊວນຟັງ ແລະ ຈັບອົກຈັບໃຈຜູ້ຟັງນັບມື້ດີຂຶ້ນ.
ເວົ້າລວມແລ້ວ, ວິທະຍຸກະຈາຍສຽງແຫ່ງຊາດລາວ ຍາມໃດກໍຍຶດໝັ້ນຫຼັກການເຄື່ອນໄຫວຂອງ ສື່ມວນຊົນ, ເປັນກະບອກສຽງຂອງການຈັດຕັ້ງພັກ, ລັດ ແລະ ສັງຄົມ, ເສີມຂະຫຍາຍບົດບາດໂຄສະນາ, ປຸກລະດົມມະຫາຊົນ ແລະ ການຈັດຕັ້ງລວມໝູ່ຢ່າງບໍ່ຢຸດຢັ້ງ, ປະກອບສວ່ນສຳຄັນເຂົ້າໃນການປະຕິວັດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ. ບໍ່ວ່າຈະຢູ່ໃນໄລຍະໃດ ແລະ ສະພາບການໃດ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແມ່ນຮັກສາໄດ້ທາດແທ້ປະຕິວັດ ແລະ ບົດບາດຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ຍາມໃດກໍຍຶດໝັ້ນລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນຳ ແລະ ລັກສະນະຕໍ່ສູ້ ມາໂດຍຕະຫຼອດ ສົມແລ້ວ ທີ່ເປັນອາວຸດອັນແຫຼມຄົມຂອງພັກໃນສະໜາມຮົບດ້ານແນວຄິດ.
ຂຽນໂດຍ: ປອງໄຕ ຈະເລີນສຸກ