ເນື່ອງໃນໂອກາດທີ່ເດີ່ນທາງມາຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ທີ່ຈັດຂຶ້ນໃນວັນທີ 12 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດໃຫ້ກຽດເຂົ້າຮ່ວມໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງສປປ ລາວ.
ດັ່ງນັ້ນ, ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບບັນດາສື່ມວນຊົນໃນຂອບເຂດວິທະຍຸກະຈ່າຍທ້ອງຖິ່ນທີ່ມາຈາກບັນດາແຂວງຂອບເຂດທົ່ວປະເທດ ຈັດການແຂ່ງຂັນກິລາບານເຕະ ນັດພິເສດ ມິດຕະພາບຂຶ້ນ ໃນຕອນແລງຂອງວັນດຽວກັນ ໂດຍພາຍໃຕ້ການນຳພາຂອງທ່ານ ບົວໄລ ພານຸວົງ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ມີບັນດາຄະນະອຳນວຍການ, ຫົວໜ້າ-ຮອງຫົວໜ້າ ແລະ ພະນັກງານທີ່ກ່ຽວຂ້ອງ ຕະຫຼອດຮອດສື່ມວນຊົນ ເຂົ້າຮ່ວມ.
ການແຂ່ງຂັນເຕັມໄປດ້ວຍບັນຍາກາດຟົດຟື້ນ ລະຫວ່າງ ທີມວິທະຍຸກະຈາຍສຽງແຫ່ງຊາດລາວ ພົບກັບ ລວມບັນດາສື່ມວນຊົນ ທົ່ວປະເທດ ຜ່ານການແຂ່ງຂັນ ຜົນປະກົດວ່າ: ວິທະຍຸກະຈາຍສຽງແຫ່ງຊາດລາວ ເປັນຝ່າຍເອົາຊະນະ ວິທະຍຸກະຈ່າຍທ້ອງຖິ່ນທີ່ມາຈາກບັນດາແຂວງຂອບເຂດທົ່ວປະເທດ 7-4 ປະຕູ.


ພາບ-ຂ່າວ ໂດຍ ສົງການ ພັນແພງດີ


