ຕອນບ່າຍວັນທີ 23 ມັງກອນ 2024 ວິທະຍຸໂທລະພາບສູນກາງຈີນປະຈຳລາວ ຈັດພິທີມອບປື້ມສອນໃຈໄວເດັກໃຫ້ເດັກນັກຮຽນ ທີ່ໂຮງຮຽນຫລຽວໂຕ້ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈັນເພັງ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພີມຈຳໜ່າຍ, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນປະຈໍາລາວ, ຜູ້ອໍານວຍການໂຮງຮຽນຫລຽວໂຕ້, ແຂກຖືກເຊີນຕະຫຼອດຮອດ ພໍ່ແມ່,ນັກຮຽນແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ນາງແສງແກ້ວ ກ່າວວ່າ ຈຸດປະສົງໃນການມອບປື້ມສອນໃຈໄວເດັກ ໃຫ້ນ້ອງນັກຮຽນພາຍໃນໂຮງຮຽນຫລຽວໂຕ້ໃນຄັ້ງນີ້ ເພື່ອແນໃສ່ການສົ່ງຄວາມຮູ້ໃຫ້ແກ່ເດັກນ້ອຍທີ່ເປັນໜໍ່ແໜງ ແລະ ອານາຄົດຂອງຊາດ ດັ່ງຄຳເວົ້າທີ່ວ່າ ເດັກໃນວັນນີ້ຄືຜູ້ໃຫ່ຍໃນວັນໜ້າ ເພາະສະ, ນັ້ນເດັກນ້ອຍຈະແມ່ນຜູ້ສຶບທອດພາລະກິດຂອງປະເທດຊາດໃນຕໍ່ໜ້າໄດ້ດີ ຕ້ອງພຽບພ້ອມໄປດ້ວຍຄວາມຮູ້ ຄວາມສາມາດມີສະຕິປັນຍາທີ່ສະຫຼາດເບິ່ງກ້ວາງເຫັນໄກ, ມີສຸຂະພາບແຂງແຮງ ແລະ ມີພາລະນາໄມສົມບູນ.

ສຳລັບປື້ມທີ່ນຳມາມອບໃນຄັ້ງນີ້ປະກອບມີ 300 ກ່ວາຊຸດ ຊຸດໜື່ງປະກອບມີ 3 ເຫຼັ້ມ, ເຫຼັ້ມ 1 ແມ່ນປື້ມນິທານກ່ອມນິທາ ຫຼື ນິທານກ່ອມນອນ, ເຊິ່ງໄດ້ຮວບຮວມນິທານເດັກໃນ 30 ເລື່ອງ , ເຫຼັ້ມ 2 ແມ່ນປື້ມຮູ້ທົ່ວທິດ ທີ່ປະກອບມີ 6 ຫົວຂໍ້ໃຫ່ຍທີ່ເວົ້າເຖິງ ເລື່ອງສັດ, ວິທະຍາສາດ, ທຳມະຊາດ ແລະວັດທະນະທຳ, ເຫຼັ້ມ 3 ແມ່ນປື້ມເດັກວັນນີ້ ເຊິ່ງໃນປື້ມໄດ້ຮວບຮວມເອົາຫົວຂໍ້ສໍາຄັນທີ່ເປັນໃນການເບິ່ງແຍງດູແລ ແລະ ສິດສອນເດັກນ້ອຍສໍາລັບຜູ້ປົກຄອງ.






