ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວິສາຫະກິດ ຫວຽດນາມ – ກຳປູເຈຍ – ລາວ ເພີ່ມທະວີການຮ່ວມມື

Oct 7, 2024

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 6 ຕຸລາ ຜ່ານມາ ຢູ່ນະຄອນໂຮ່ຈິມິນ, ສະມາຄົມມິດຕະພາບ ຫວຽດນາມ – ກຳປູເຈຍ ນະຄອນໂຮ່ຈິມິນ, ສະມາຄົມມິດຕະພາບ ຫວຽດນາມ – ລາວ ຢູ່ນະຄອນ ໂຮ່ຈິມິນ ໄດ້ສົມທົບກັບສະຖານກົງສູນໃຫຍ່ ກຳປູເຈຍ ປະຈຳນະຄອນໂຮ່ຈິມິນ, ສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນໂຮ່ຈິມິນ, ຈັດຕັ້ງເວທີປາໄສວິສາຫະກິດ ຫວຽດນາມ – ກຳປູເຈຍ – ລາວ ຢູ່ນະຄອນໂຮ່ຈິມິນ ປີ 2024, ເພື່ອແນໃສ່ຊຸກຍູ້ການຮ່ວມມືພົວພັນແລກປ່ຽນການຄ້າ ລະຫວ່າງ ວິສາຫະກິດສາມປະເທດ.
ໃນເວທີປາໄສ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ – ກຳປູເຈຍ – ລາວ ແລະ ບັນດາການກຳນົດທິດການພັດທະນາດ້ານເສດຖະກິດ, ນະໂຍບາຍດຶງດູດເງິນລົງທຶນຂອງລັດຖະບານ ຫວຽດນາມ, ກຳປູເຈຍ, ລາວ; ແລກປ່ຽນກ່ຽວກັບການເຄື່ອນໄຫວຂອງບັນດາວິສາຫະກິດ ຫວຽດນາມ ພວມລົງທຶນຢູ່ ກຳປູເຈຍ, ລາວ; ປຶກສາຫາລື, ສະເໜີ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນການຄ້າ, ເຊື່ອມຕໍ່ວິສາຫະກິດ, ຮ່ວມມືໃນຂົງເຂດລົງທຶນ, ການຄ້າ, ການທ່ອງທ່ຽວລະຫວ່າງວິສາຫະກິດ ສາມປະເທດ ຫວຽດນາມ – ກຳປູເຈຍ ແລະ ລາວ ໃຫ້ຫຼາຍຂຶ້ນກ່ວາເກົ່າອີກ.
May be an image of 6 people and text