ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

“ວີ​ຊາ​ອາຊຽນ” ເຮັດ​ໃຫ້​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ​ເກົ່າ

Jun 9, 2025

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້, ທ່ານຫຼິນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ແຈ້ງ​ສະ​ພາບ​ທີ່​ກ່ຽວ​ຂ້ອງ​ກັບຈີນ ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ “ວີ​ຊາ​ອາ​ຊຽນ” ຕໍ່ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ແລະ ຕີ​ມໍ​ເລ​ສ​ເຕ ທີ່​ເປັນ​ປະ​ເທດ​ສັງ​ເກດ​ການ​ອາ​ຊຽນ ເຊິ່ງຈະ​​ອອກ​ວີ​ຊາ​ເຂົ້າ​ເມືອງ​ຈີນ​ ຕາມ​ປະ​ເພດ​ທີ່​ສົມ​ຄູ່​ກັນ ເພື່ອ​ໃຫ້ສາ​ມາດ​ເຂົ້າ​ເມືອງ​ຈີນ​ ໄດ້ຫຼາຍ​ເທື່ອ ແລະ ທຸກ​ເທື່ອ​ສາ​ມາດ​ເຂົ້າ​ຈີນ​ເປັນ​ເວ​ລາ 180 ວັນ ພາຍ​ໃນ 5 ປີ ໃຫ້​ແກ່​ນັກ​ທຸ​ລະ​ກິດ ພ້ອມ​ດ້ວຍ​ຄູ່​ສົມ​ລົດ ແລະ ລູກ​ຂອງ​ເຂົາ​ເຈົ້າຈາກ 11 ປະ​ເທດ​ດັ່ງ​ກ່າວ ທີ່​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ກ່ຽວ​ຂ້ອງ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ ແລະ ອາ​ຊຽນ​ ໄດ້​ມີບາດ​ກ້າວ​ໃໝ່​ ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ໃນພາກ​ພື້ນ ແລະ ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​​ຂອງ​ປະ​ຊາ​ຊົນ.
ໃນ​ຊຸມ​ປີ​ຜ່ານ​ມາ, ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ໜັກ​ແໜ້ນ, ການ​ຮ່ວມ​ກັນ​ສ້າງ “5 ບ້າ​ນ​ເມືອງ​ໃຫຍ່” ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງຫຼວງຫຼາຍ. ເມື່ອງ​ສັງ​ເກດ​ຈາກ​ຕົວ​ເລກ​ຂໍ້​ມູນ​ດ້ານ​ເສດ​ຖະ​ກິ​ດ​ແລ້ວ​ເຫັນ​ວ່າ: ຈີນ​ ໄດ້​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ ​ເປັນເວ​ລາຫຼາຍ​ປີ​ຕິດ​ຕໍ່​ກັນ, ອາ​ຊຽນ​ກໍ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ ​ເປັນ​ເວ​ລາ 5 ປີ​ຕິດ​ຕໍ່​ກັນ. ພຽງ​ແຕ່​​ປີ 2024 ເທົ່າ​ນັ້ນ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​​ ໄດ້​​ບັນ​ລຸຫຼາຍກວ່າ 1.200 ຕື້​ໂດ​ລາ. ​ຍ້ອນການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ ​ໄດ້​ຮຽກ​ຮ້ອງ​ຕ້ອງ​ການ​​ໃຫ້ມີ​ການ​ໄປ​ມາ​ຫາ​ສູ່​ກັນ​​ຂອງ​ປະ​ຊາ​ຊົນ​ເປັນ​ຈຳ​ນວນຫຼວງຫຼາຍ. ນະ​ໂຍ​ບາຍ “ວີ​ຊາ​ອາ​ຊຽນ” ຂອງ​ຈີນ ​ກໍ​ເພື່ອ​ຕອ​ບສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ດັ່ງ​ກ່າວ ແລະ ສ້າງ​ຂົວ​ຕໍ່​ທີ່​ສະ​ດວກກວ່າ​ເກົ່າ ​ໃຫ້​ແກ່​ການ​ແລກ​ປ່ຽນ ແລະ ​ການຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.
ການ​ວາງ​ນະ​ໂຍ​ບາຍ “ວີ​ຊາອ​າ​ຊຽນ” ເປັນ​ຂັ້ນ​ຕອນ​ສຳ​ຄັນ​ຂອງ​ຈີນ ​ໃນ​ຂະ​ບວນ​ການ​ຫັນ​ນະ​ໂຍ​ບາຍ​ວີ​ຊາ​ຂອງ​ຈີນ ​ໃຫ້​ມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ​ເກົ່າ ເຊິ່ງ​ເປັນ​ຂະ​ບວນ​ການ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ ແລະ ນັບ​ມື້ຂະ​ຫຍາຍກວ້າງ​ອອກ​ເລື້ອຍໆ. ກ່ອ​ນ​ອື່ນ, ຈີນໄດ້​ຍົກ​ເວັ້ນ​ວີ​ຊາ​ເຊິ່ງ​ກັນ​ແລະ​ກັນ​ຢ່າງ​ຮອບ​ດ້ານ​ກັບ​ສິງ​ກະ​ໂປ, ໄທ ແລະ ມາ​ເລ​ເຊຍ, ຄື​ດັ່ງ​ໃຫ້​ເພື່ອນ​ມິດ​ທີ່​ໃກ້​ຊິດ​ກັນ​ ໄປ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ ແບບ​ບໍ່​ຕ້ອງ​ເຄາະ​ປະ​ຕູ. ​ສອງ, ຈີນ​ໄດ້​ອອກ “ວີ​ຊາ​ລ້ານ​ຊ້າງ-ແມ່​ຂອງ” ໃຫ້​ແກ່ 5 ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ ຄື: ລາວ, ໄທ, ຫວຽດ​ນາມ, ກຳ​ປູ​ເຈຍ ແລະ ມຽນ​ມາ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ” ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ: ປັດ​ຈຸ​ບັນ​​ແມ່ນ​ຢູ່​ຂັ້ນ​ຕອນ​ທີ 3: ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ “ວີ​ຊາ​ອາຊຽນ” ​ໂດຍໄດ້​ຍົກ​ເວັ້ນ​ວີ​ຊາ ​ໃຫ້​ແກ່​ນັກ​ທຸ​ລະ​ກິດ​ຈາກ 11 ປະ​ເທດ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ເຊິ່ງ​ເປັນ​ການເປີດກວ້າງ “ວົງ​ເພື່ອນ​ມິດ​ອາ​ຊຽນ” ຕື່ມ​ອີກ. 3 ຂັ້​ນ​ຕອນ​ດັ່ງ​ກ່າວ​ໄດ້​ສ້າງ​ລະ​ບົບ​ອຳ​ນວ​ຍ​ຄວາມ​ສະ​ດວກ​ ໃຫ້​ແກ່​ການ​ໄປ​ມາ​ຫາ​ສູ່​ກັນ​​ຂອງ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ທີ່​ສົມ​ບູນກວ່າ​ເກົ່າ.
ນະ​ໂຍ​ບາຍ​ພິ​ເສດ​ດ້ານ​ວີ​ຊາ​ລະ​ຫວ່າງ​ຈີນ​ແລະ​ບາງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ທີ່​ກ່າວ​ມາ​​ນັ້ນ ໄດ້​ກາຍ​ເປັນ​ພະ​ລັງ​ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ໃນພາກ​ພື້ນ. ຍົກ​ເອົາ​ສອງ​ປະ​ເທດ​ຈີນ ແລະ ໄທ​ເປັນ​ຕົວ​ຢ່າງ: ພາຍຫຼັງ​ສອງ​ປະ​ເທດ​ໄດ້​ຍົກ​ເວັ້ນ​ວີ​ຊາ​ເຊິ່ງ​ກັນ​ແລະ​ກັນ​ໃນ​ເດືອນ​ມີ​ນາ​ປີ 2024 ເປັນ​ຕົ້ນ​ມາ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ອງ​ທ່ຽວ​ໄທ​ ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ: ຕົວ​ເລກ​ຂໍ້​ມູນ​ຈາກ​ພາກ​ສ່ວນ​ທ່ອງ​ທ່ຽວຂອງ​ໄທ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ສອງ​ປະ​ເທດ​ໄດ້​ຍົກ​ເວັ້ນ​ວີ​ຊາ​ເຊິ່ງ​ກັນ​ແລ​ະ​ກັນ​, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ອງ​ທ່ຽວ​ໄທ​ໃນ​ປີ 2024 ມີ​ເຖິງ 6,73 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 91,7% ເມື່ອ​ທຽບ​ໃສ່​ປີ 2023, ລາຍ​ຮັບ​ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ໄທ​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ.
“ວີ​ຊາ​ອາຊຽນ” ໄດ້​ສ້າງ​ຜົນ​ດີ​ທີ່​ຕັ້ງ​ໜ້າ​ໃນຫຼາຍ​ດ້ານ. ໃນ​ດ້ານ​ເສດ​ຖະ​ກິດ, ໄດ້​ອອກວີ​ຊາ​ເຂົ້າ-ອອກ​ເມືອງ​ຈີນຫຼາຍ​ເທື່ອ​ໃນ​ໄລ​ຍະ​ຍາວ ​ໃຫ້​ແກ່​ນັກ​ທຸ​ລະ​ກິດ, ໄດ້​ປະ​ຢັດ​ເວ​ລາ ແລະ ຫຼຸດ​ຕົ້ນ​ທຶນ​ໃຫ້​ແກ່​ການ​ຄ້າ ແລະ ການ​ລົງ​ທຶນ, ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ສາ​ມາດ​ຈັດ​ວາງ​ການ​ເຄື່ອນ​ໄຫວ​ທາງ​ດ້ານທຸ​ລະ​ກິດ​ຢ່າງ​ຄ່ອງ​ຕົວ ແລະ ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ດ້ານ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ ເຊິ່ງ​ຈະ​ມີ​ຜົນ​ດີ​ຕໍ່​ວິ​ສາ​ຫະ​ກິດຈາກ​ອາ​ຊຽນ ​ທີ່​ມີ​ຈຸດ​ປະ​ສົງ​ເປີດກວ້າງ​ຕະຫຼາດ​ຢູ່​ຈີນ ແລະ ວິ​ສາ​ຫະ​ກິດ​​ຈາກຈີນ​ທີ່​ຢາກ​ໄປ​ລົງ​ທຶນ​ຢູ່​ອາ​ຊຽນ​. ໃນ​ດ້ານ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ: “ວີ​ຊາ​ອາຊຽນ” ຈະ​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ບຸກ​ຄະ​ລາ​ກອນ​ລະ​ຫວ່າງ​ສອງ​ຝ່າຍ, ຊຸກ​ຍູ້​ການ​ແລ​ກ​ປ່ຽນ ແລະ ​ການຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ, ​ການທ່ອງ​ທ່ຽວ ແລະ ວັດ​ທະ​ນະ​ທຳ, ລົງ​ເລິກ​ຄວາມ​ເຂົ້າ​ໃຈ​ກັນ ແລະ ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຝ່າຍ ເຊິ່ງ​ຈະ​ສ້າງ​ພື້ນ​ຖານ​ຄວາມ​ເຂົ້າ​ໃຈທີ່​ໜັກ​ແໜ້ນ​​ຂອງ​ປະ​ຊາ​ຊົນ​ ໃນການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳກັບ​ອາຊຽນ.
ສັນ​ຍາ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ 3.0 ທີ່​ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໃນ​ອະ​ນາ​ຄົດ​ ຈະ​ແໜ້ນ​ແຟ້ນກວ່າ​ເກົ່າ, ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ “ວີ​ຊາ​ອາ​ຊຽນ” ໄດ້​ສອ​ດ​ຄ່ອງ​ກັບ​ຄວາມ​ປ​າ​ຖະ​ໜາ​ຂອງ​ສອງ​ຝ່າຍ ​ທີ່​ຢາກ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ເຊິ່ງ​ໄດ້​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​​ໃນພາກ​ພື້ນ. ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຂອງ​ສອງ​ຝ່າຍ, ນະ​ໂຍ​ບາຍ​ດັ່ງ​ກ່າວ​ຈະ​ກາຍ​ເປັນ​ກຳ​ລັງ​​ແຮງ​ທີ່ສຳ​ຄັນ ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ ພ້ອມ​ທັງ​ຊ່ວຍ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ຝ່າຍ ​ນັບ​ມື້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ອຸ​ດົມ​ສົມ​ບູນກວ່າ​ເກົ່າ.