ຕະຫລອດໄລຍະ 70 ແຫ່ງການນໍາພາ-ຊີ້ນໍາ ຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ປະເທດຊາດ ໄດ້ຮັບການປົກປັກຮັກສາ ແລະ ສ້າງສາພັດທະນາ ໃຫ້ຈະເລີນຮຸ່ງເຮືອງ ຂຶ້ນໄປເລື້ອຍໆ, ເຮັດ ໃຫ້ວຽກງານ ໃນທຸກຂະແໜງການ, ທຸກອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະ ທຳ ແລະ ມີຜົນສຳເລັດ ຮອບດ້ານ. ພ້ອມກັນນີ້, ວຽກງານຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ຮັບການພັດ ທະນາ ແລະ ຂະຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະພາບ ຢ່າງຕໍ່ເນື່ອງ.
ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ສຳພາດ ໃນໂອກາດກຽມສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ທີ່ຈະມາເຖິງນີ້ວ່າ: ພາຍໃຕ້ການນຳພາ ຂອງ ພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີ ຜ່ານມາ ເຮັດ ໃຫ້ປະເທດຊາດໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງ ຈົນມາຮອດປັດຈຸບັນ ເຊິ່ງ ພັກ ແລະ ລັດຖະບານລາວ ໄດ້ເອົາໃຈໃສ່ພັດທະນາ ວຽກງານດ້ານຕ່າງໆ ຂອງແຕ່ລະຂະແໜງການ ໂດຍ ສະເພາະ ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ ແລະ ໄດ້ ຮັບການພັດທະນາຂຶ້ນໄປເລື້ອຍໆ ເປັນຕົ້ນ ດ້ານການຈັດຕັ້ງ ໄດ້ມີປັບປຸງ ແລະ ສັບຊ້ອນພະນັກງານ ໄປຕາມທິດກະທັດຮັດ ແລະ ສົມເຫດສົມຜົນ ນັບແຕ່ສູນກາງຮອດຂະແໜງສາຍຕັ້ງ ຂັ້ນທ້ອງ ຖິ່ນ; ການສ້າງ ແລະ ເຜີຍແຜ່ນິຕິກໍາ ໄດ້ຫັນເອົານະໂຍບາຍ ຂອງພັກ ຜັນຂະຫຍາຍເປັນຍຸດທະສາດ, ສ້າງ ແລະ ປັບປຸງນິຕິກໍາ ໃຫ້ສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຂອງວຽກງານຕົວຈິງ ໄປພ້ອມກັບການເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ ແລະ ປະຕິບັດຢ່າງກ້ວາງຂວາງສົມຄວນ ໂດຍສະເພາະ ໃນຂົງເຂດທີ່ດິນ, ນໍ້າ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ ລວມທັງວຽກງານການປ່ຽນແປງດິນຟ້າອາກາດ. ດ້ານວຽກງານວິຊາສະເພາະ ເປັນ ຕົ້ນ ການຄຸ້ມຄອງທີ່ດິນ ໄດ້ຈັດຕັ້ງປະຕິບັດມະຕິ 026 ຂອງສູນ ກາງພັກ ວ່າດ້ວຍການຄຸ້ມຄອງທີ່ດິນໃນໄລຍະໃໝ່, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ກົດໝາຍວ່າດ້ວຍທີ່ດິນ ໂດຍການສ້າງບັນດານິຕິກໍາລຸ່ມກົດໝາຍ, ຈັດສັນທີ່ດິນຂັ້ນແຂວງໄດ້ສໍາເລັດ ໃນທົ່ວປະເທດ ຕິດພັນກັບການວາງແຜນຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ໃນ 18 ແຂວງ, ແຜນຈັດສັນທີ່ດິນ ຂັ້ນເມືອງ ແລະ ບ້ານ ກໍໄດ້ສໍາເລັດຈໍານວນໜຶ່ງ; ການຂຶ້ນທະບຽນ ແລະ ອອກໃບຕາດິນໃນທົ່ວປະເທດ ເຖິງວ່າບໍ່ໄດ້ສໍາເລັດຕາມຄາດໝາຍ ແຕ່ກໍໄດ້ສູ້ຊົນ ອອກໄດ້ຫລາຍກວ່າ 500.000 ກວ່າຕອນ, ປັບປຸງລະບົບການຄຸ້ມ ຄອງທີ່ດິນ ແລະ ການຫັນເປັນທັນສະໄໝ ໄດ້ສໍາເລັດໂດຍພື້ນ ຖານ, ແຜນຄຸ້ມຄອງອ່າງຮັບນໍ້າໃຫຍ່ ໄດ້ສ້າງ ແລະ ຖືກຮັບຮອງສໍາເລັດ ໄປພ້ອມກັບ ການຊຸກຍູ້ທ້ອງຖິ່ນໃນການສ້າງແຜນຄຸ້ມຄອງອ່າງຮັບນໍ້າຂັ້ນທ້ອງຖິ່ນ ສໍາເລັດຈໍານວນໜຶ່ງ; ການຄຸ້ມຄອງສິ່ງ ແວດລ້ອມຂອງໂຄງການລົງທຶນ, ການນໍາໃຊ້ທ່າແຮງດ້ານຊັບພະ ຍາກອນທໍາມະຊາດ ເພື່ອສ້າງເສດຖະກິດ ໄດ້ເອົາໃຈໃສ່ຢຶດໝັ້ນຕາມແນວທາງ ການພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ; ຕາໜ່າງສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ກໍໄດ້ຮັບການຂະຫຍາຍ ໃນທົ່ວປະເທດ ເຮັດໃຫ້ການສະໜອງຂໍ້ມູນອາກາດ ແລະ ອຸທົກກະສາດ ໄດ້ຢ່າງເປັນປົກກກະຕິ ແລະ ແມ້ນຢໍາຂຶ້ນ; ວຽກງານການຄຸ້ມຄອງການປ່ຽນແປງດິນຟ້າອາກາດ ກໍໄດ້ຕັ້ງໜ້າປະຕິບັດ ຮ່ວມກັບປະຊາຄົມໃນໂລກ ໃນການຫລຸດຜ່ອນ ສະພາບໂລກຮ້ອນ ກໍຄື ການຫລຸດຜ່ອນ ທາດອາຍເຮືອນແກ້ວ ໂດຍໄດ້ກໍານົດຄາດໝາຍໃຫ້ເປັນສູນ ໃນປີ 2050 ເຊິ່ງໄດ້ມີຍຸດ ທະສາດ, ແຜນດໍາເນີນງານ ແລະ ແຜນຈັດຕັ້ງປະຕິບັດໃນແຕ່ລະໄລຍະ.
ທ່ານນາງ ບຸນຄໍາ ວໍລະຈິດ ຍັງໃຫ້ຮູ້ອີກວ່າ: ພັກປະຊາຊົນປະຕິ ວັດລາວ ກໍາເນີດຂຶ້ນມາ ດ້ວຍກໍາລັງແຮງຂອງປະຊາຊົນ ແລະ ເພື່ອປະຊາຊົນ ເຊິ່ງໃນທ້າຍ ສັດຕະວັດ ທີ 19, ປະເທດເຮົາໄດ້ຖືກພວກລ່າເມືອງຂຶ້ນ ເຂົ້າມາຮຸກຮານ ແລະ ຢຶດຄອງ ໂດຍເສີມ ຂະຫຍາຍມູນເຊື້ອຮັກຊາດອັນດູູດດື່ມ, ເດັດຂາດບໍ່ອ່ອນຍອມຂອງຊາດ, ປະຊາຊົນບັນດາເຜົ່າ ແຕ່ເໜືອເຖິງໃຕ້ ໄດ້ລຸກຂຶ້ນຕໍ່ສູ້ຕ້ານພວກຮຸກຮານຢ່າງອົງອາດກ້າແກ່ນຕໍ່ເນື່ອງກັນມາ ເປັນຕົ້ນ ຂະບວນການຕໍ່ສູ້ທີ່ນໍາພາໂດຍພໍ່ກະດວດ, ອົງແກ້ວ, ອົງກົມມະດໍາ, ເຈົ້າຟ້າປັດໄຈ ແຕ່ຂະບວນການຕໍ່ສູ້ເຫລົ່ານັ້ນ ບໍ່ໄດ້ຮັບໄຊ ຊະນະ ຍ້ອນບໍ່ມີພັກນໍາພາ ເພື່ອວາງແນວທາງອັນເໝາະສົມ ແລະ ບໍ່ສາມາດເຕົ້າໂຮມຄວາມສາມັກຄີຂອງທົ່ວປວງຊົນເຂົ້າຮ່ວມໄດ້. ຍ້ອນແນວນັ້ນ, ປະທານ ໄກສອນ ພົມວິຫານ ຮ່ວມກັບການນໍາປະຕິວັດອາວຸໂສ ໄດ້ນໍາພາການສ້າງຕັ້ງພັກປະຊາຊົນປະຕິວັດລາວຂຶ້ນ ເພື່ອສືບທອດພາລະກິດອັນສະຫງ່າງາມ ຂອງພັກຄອມມູ ນິດອິນດູຈີນ ນໍາພາຂະບວນການປະຕິວັດຂອງປະເທດເຮົາໂດຍກົງ ໂດຍໄດ້ກໍານົດແນວທາງຕໍ່ສູ້ປະຕິວັດຢ່າງຖືກຕ້ອງ ແລະ ສາ ມາດເຕົ້າໂຮມກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນທັງຊາດ, ໂດຍໄດ້ຖືເອົາຈິດໃຈຮັກຊາດ ຕິດພັນກັບລັດທິມາກ-ເລນິນ, ເອົາຂະບວນການປະຕິວັດຂອງປະຊາຊົນເຮົາ ຕິດພັນກັບຂະບວນ ການປະຕິວັດ ຂອງປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູ ເຈຍ ກໍຄື ຂະບວນການປະຕິວັດຂອງໂລກ, ນໍາພາຂະບວນການປະຕິວັດ ຢູ່ປະເທດເຮົາ ຍາດໄດ້ໄຊຊະນະເປັັນແຕ່ລະກ້າວຢ່າງຕໍ່ ເນື່ອງ ຈົນກ້າວຂຶ້ນຍາດໄດ້ໄຊຊະນະຢ່າງສົມບູນ ໃນວັນທີ 2 ທັນ ວາ 1975. ພາຍຫລັງປົດປ່ອຍປະເທດຊາດ ພັກຍັງໄດ້ນໍາພາ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ໄດ້ຄົ້ນຄວ້າຊອກຫາເສັ້ນທາງເດີນ ທີ່ແທດເໝາະ ກັບຈຸດພິເສດຂອງປະ ເທດເຮົາ ໃນໄລຍະໃໝ່, ອັນພົ້ນເດັ່ນແມ່ນການວາງແນວທາງປ່ຽນ ແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກເຮົາ ທີ່ນໍາພາໂດຍປະທານ ໄກສອນ ພົມວິຫານ ໃນການກໍານົດເສັ້ນທາງກ້າວຂຶ້ນຂອງປະເທດຄືນໃໝ່ ໂດຍປ່ຽນຈາກການກ້າວຂຶ້ນສັງຄົມນິ ຍົມໂດຍກົງ ມາເປັນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິ ປະໄຕປະຊາຊົນ, ສ້າງບັນດາປະຖົມປັດໃຈ ເພື່ອກ້າວຂຶ້ນສັງຄົມ ນິຍົມເທື່ອລະກ້າວ, ໄດ້ຫັນປ່ຽນຈາກເສດຖະກິດລວມສູນອາດ ຍາສິດ ບໍລິຫານເກື້ອກູນ ໄປສູ່ກົນໄກຕະຫລາດທີ່ມີການຄຸ້ມຄອງລັດ, ເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາລະບອບໃໝ່, ຖືເອົາການສ້າງເສດຖະກິດເປັນໜ້າທີ່ໃຈກາງ ໂດຍເສີມຂະຫຍາຍທ່າແຮງທຸກພາກສ່ວນເສດ ຖະກິດ ທີ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ ຕິດພັນກັບການເປີດກ້ວາງການຮ່ວມມືສາກົນ.
ພ້ອມນີ້, ທ່ານນາງ ບຸນຄໍາ ວໍລະຈິດ ຍັງໄດ້ຕາງໜ້າຄະນະພັກ, ຄະນະນໍາ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະແດງຄວາມຮູ້ບຸນ ຕໍ່ການນໍາຮຸ່ນສ້າງຕັ້ງ ນໍາພາໂດຍປະທານ ໄກສອນ ພົມວິຫານ ແລະ ລະນຶກເຖິງວິລະກໍາອັນລໍ້າເລີດ ຄວາມເສຍສະລະອັນໃຫຍ່ຫລວງ ຂອງບັນດາສະຫາຍ ສະມາຊິກພັກ, ນັກຮົບປະຕິວັດ ແລະ ປະຊາຊົນລາວຜູ້ຮັກຊາດ ທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາ, ວັດຖຸຊັບສິນ ຕະຫລອດຮອດຊີວິດເລືອດເນື້ອ ເພື່ອພາລະກິດປະຕິວັດ ເພື່ອຄວາມເປັນເອກະລາດແຫ່ງຊາດ ເພື່ອອິດສະລະພາບ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ, ສະແດງຄວາມຮູ້ບຸນຄຸນ ມາຍັງການນໍາຮຸ່ນສືບທອດ ທີ່ໄດ້ສືບຕໍ່ພາລະກິດຂອງພັກ ແລະ ເຮັດໃຫ້ພັກເຮົາມີຄວາມເຕີບໃຫຍ່ເຂັ້ມແຂງ ຈົນຮອດປັດຈຸບັນ. ພ້ອມນີ້, ທ່ານຍັງໄດ້ອວຍພອນໃຫ້ບັນດາການນຳພັກ, ລັດ ຈົ່ງມີສຸຂະ ພາບເຂັ້ມແຂງ, ສືບຕໍ່ນໍາພາພາລະກິດຂອງພັກ ໃຫ້ເຕີບ ໃຫຍ່ ເຂັ້ມແຂງ ກ້າວໄປຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ທະນູທອງ



