ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວຽງຈັນໂລຊິດສະຕິກພາກ ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ

Jun 20, 2025

ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງທ່າບົກທ່ານາແລ້ງ ເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ ຮ່ວມກັນສ້າງເວທີການບໍລິການສິນຄ້າຂ້າມແດນ ແລະ ການບໍລິການທາງດ້ານແຫຼ່ງທຶນແບບປະສົມປະສານ-ພັດທະນາການຄ້າຂ້າມແດນໃນພາກພື້ນ.
ໃນວັນທີ 19-24 ມິຖຸນາ 2025 ບໍລິສັດ ວຽງຈັນໂລຊິດສະຕິດພາກໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ (China-South Asia Expo) ຄັ້ງທີ 9 ຈັດຂຶ້ນທີ່ນະຄອນຄຸນໝິງ ສປ ຈີນ ນໍາພາຄະນະໃນການເດີນທາງໂດຍແມ່ນທ່ານ ວຽງຄອນ ສິດທິໄຊ ຮອງປະທານບໍລິສັດ ທ່າບົກ ທ່ານາແລ້ງ ຈໍາກັດຜູ້ດຽວ.
ງານດັ່ງກ່າວຈັດຂຶ້ນພາຍໃຕ້ຈຸດປະສົງເພື່ອເປັນການເຊື່ອມໂຍງ ແລະ ພັດທະນາຜັນຂະຫຍາຍໂຄງການໜຶ່ງແລວໜຶ່ງເສັ້ນທາງ ເຊື່ອມໂຍງຈີນສູ່ບັນດາປະເທດອາຊີ ແລະ ຍົກສູງຜັນຂະຫຍາຍດ້ານການຮ່ວມມືກັບບັນດາປະເທດ ທີ່ເຂົ້າຮ່ວມໂຄງການໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງໃນໄລຍະເປີດງານທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຮອງລັດຖະມົນຕີ ຄະນະກົມ ຈາກກະຊວງທີ່ກ່ຽວຂ້ອງ ແລະ ຄະນະນຳຂອງປະເທດອາຊີຕາເວັນອອກສຽງໃຕ້ ໄດ້ເຂົ້າຢ້ຽມຊົມຫ້ອງວາງສະແດງ ໂດຍມີທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ນໍາສະເໜີຄວາມສຳຄັນຂອງໂຄງການວຽງຈັນໂລຊິດສະຕິກພາກ ແລະ ໂຄງການທ່າບົກທ່ານາແລ້ງ ເຊິ່ງເປັນໂຄງການຍຸດຖະສາດຕາມວິໃສທັດຂອງລັດຖະບານລາວໃນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນສູນກາງການເຊື່ອມໂຍງເຊື່ອມຈອດທາງບົກຂອງພາກພື້ນ ແລະ ສາກົນ ພ້ອມທັງໄດ້ລາຍງານຫຍໍ້ກ່ຽວກັບການຜັນຂະຫຍາຍໂຄງຂ່າຍການເຊື່ອມໂຍງເຊື່ອມຈອດ ຕະຫຼອດເຖິງການຮ່ວມມືໃນການຜັກດັນການຄ້າ-ການຂົນສົ່ງຂ້າມແດນລະຫວ່າງ ສປປ ລາວ ກໍຄືທ່າບົກທ່ານາແລ້ງ ແລະ ສປ ຈີນ ທ່າບົກສາກົນອານໜິງ ແລະ ບໍລິສັດ ຜູ້ຜະລິດ ແລະ ສົ່ງອອກອັນດັບ 3 ຂອງຍານພະຫະນະແຂວງຢູນນານ ສປ ຈີນ.
ໃນໂອກາດດຽວກັນໄດ້ມີການເຊັນສັນຍາຮ່ວມມືລະຫວ່າງບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ແລະ ກຸ່ມບໍລິສັດ ທ່າບົກອ່ານໜິງຮູ້ນສ່ວນສາກົນ ຈຳກັດ ຈຸດປະສົງການຮ່ວມມືດັ່ງກ່າວບໍ່ຈໍາກັດພຽງແຕ່ການຮ່ວມມືທ່າບົກກັບທ່າບົກ ແລະ ເຂດກັບເຂດ ແຕ່ເພື່ອນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງທ່າບົກທ່ານາແລ້ງ ເປັນຈຸດສຸມການເຊື່ອມຕໍ່ອາຊີດ້ານການຂົນສົ່ງ ການຝາກສາງ ການແລກປ່ຽນຂໍ້ມູນ ການນຳໃຊ້ເອກະສານຮ່ວມກັນ ພ້ອມກັນນັ້ນທ່າບົກອ່ານໜິງຍັງເປັນຈຸດຕັດກັນຂອງເສັ້ນທາງລົດໄຟລາວ-ຈີນ ຈີນ-ຫວຽດ ແລະ ຈີນ-ມຽນມາ 3 ເສັ້ນທາງ ຈຸດພິເສດດັ່ງກ່າວເຮັດໃຫ້ເປັນຈຸດສຸມຂອງການຂົນສົ່ງລະດັບຊາດຂອງຈີນ ເຊິ່ງຊ່ວຍໃຫ້ທ່າບົກທ່ານາແລ້ງຂະຫຍາຍການບໍລິການໄດ້ຫຼາຍດ້ານ.
ນອກຈາກເຊັນສັນຍາກັບທ່າບົກອ່ານໜິງແລ້ວ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ຍັງໄດ້ເຊັນສັນຍາກັບບໍລິສັດ Lao financial Holding Sole.,LTD ແລະ ບໍລິສັດ China Intelligent Electric Vehicles Co., Ltd &Yunnan Maimiao Automobile Service Co., Ltd ຈຸດປະສົງຂອງການເຊັນສັນຍາແມ່ນສະໜັບສະໜູນສົ່ງເສິມເຊິ່ງກັນ ແລະ ກັນ ບັນລຸການຮ່ວມມືໃນແບບຕ່າງຝ່າຍຕ່າງໄດ້ຮັບຜົນສຳເລັດ ທັງສາມຝ່າຍມີເຈດຕະນານຳໃຊ້ລະບົບສາງພາງຂອງທ່າບົກທ່ານາແລ້ງຂອງ ສປປ ລາວ ເປັນການບໍລິການຫຼັກ ເພື່ອຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ ການບໍລິການທາງດ້ານແຫຼ່ງທຶນແບບປະສົມປະສານ “ການນຳເຂົ້າສິນຄ້າກ່ອນການເສຍພາສີອາກອນ+ການບໍລິການສາງພາງ+ການຂາຍກ່ອນຊຳລະພັນທະພາສີອາກອນ+ການຂາຍໃນຮູບແບບມີວົງເງິນກູ້ ການບໍລິການຫຼັງການຂາຍ” ເພື່ອຊ່ວຍຍົກລະດັບອຸດສາຫະກຳຍານພາຫະນະຂອງລາວ ແລະ ການພັດທະນາການຄ້າຂ້າມແດນໃນພາກພື້ນ.
ງານວາງສະແດງສິນຄ້າຄັ້ງນີ້ຈັດຂຶ້ນເປັນເວລາ 6 ວັນ ເຊິ່ງມີບັນດາຫົວໜ່ວຍທຸລະກິດຕ່າງໆ ໄດ້ນໍາເອົາສິນຄ້າຂອງຕົນເຂົ້າຮ່ວມວາງສະແດງພາຍໃນງານຫຼາຍກວ່າ 2.000 ບູດ ແລະ ງານຄັ້ງນີ້ກໍຖືເປັນໂອກາດດີສຳລັບທຸລະກິດໃນລາວເຮົາເພື່ອຊອກຫາຊ່ອງທາງ ແລະ ຄູ່ຮ່ວມມືການຄ້າກັບພາກທຸລະກິດຂອງຕ່າງປະເທດ ໂດຍສະເພາະພາກທຸລະກິດຈີນ ແລະ ອາຊີອາຕາເວັນອອກສຽງໃຕ້ ຖືໂອກາດເປີດກວ້າງໃຫ້ນັກທຸລະກິດທົ່ວພາກພື້ນຊາບວ່າ:ການບໍລິການດ້ານໂລຊິດສະຕິກຜ່ານລາວນັ້ນແມ່ນໃຊ້ເສັ້ນທາງການຂົນ ສົ່ງທີ່ໃຊ້ຕົ້ນທຶນຕ່ຳຄືນັບຕັ້ງແຕ່ລົດໄຟລາວ-ຈີນ ເຊິ່ງຈະມາເຊື່ອມຕໍ່ກັບລົດໄຟລາວ-ໄທທີ່ທ່ານາແລ້ງ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫູວງວຽງຈັນ ເລີ່ມເປີດໃຫ້ບໍລິການນັບແຕ່ເດືອນທັນວາ 2021 ເປັນຕົ້ນມາ ຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າໄດ້ຮັບປະໂຫຍດຈາກຕົ້ນທຶນດ້ານໂລຊິດສະຕິກທີ່ຫຼຸດລົງຫຼາຍ.