ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຄອຊ ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການແມ່ຍິງ

Mar 19, 2025

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຈັດພິທີເປີດງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ IV ແລະ ສຳມະນາສົ່ງເສີມຜູ້ປະກອບການຍິງ ຂຶ້ນວັນທີ 19-20 ມີນາ 2025 ຢູ່ ສຄອຊ ໂດຍມີທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ນາງ ວາລີ ເວດຊະພົງ ຮອງປະທານ ສຄອຊ ມີຜູ້ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ວາລີ ເວດຊະພົງ ກ່າວວ່າ: ການຈັດງານດັ່ງກ່າວນີ້ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ4 ໂດຍການສືບຕໍ່ຈັດຕັ້ງບັນດາກິດຈະກໍາຂອງແຜນງານ ສຄອຊ ເພື່ອໃຫ້ເປັນມູນເຊື້ອຂອງການຈັດງານໃນທຸກໆປີ ແນໃສ່ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເສີມສ້າງບົດບາດຍິງ-ຊາຍ ໃຫ້ແກ່ຫົວໜ່ວຍທຸລະກິດ ບັນດາພະນັກງານ ສຄອຊ ກຸ່ມສະມາຄົມທຸລະກິດ ແລະ ສັງຄົມ ເຊິ່ງພາຍໃນງານປະກອບມີ ການສ້າງກິດຈະກໍາທີ່ສ້າງສັນ ແລະ ເຕັມໄປດ້ວຍບັນຍາກາດອັນດີ ເປັນຕົ້ນການການວາງສະແດງຜະລິດ ສິນຄ້າຜູ້ປະກອບການ ເປັນການແລກປ່ຽນຄວາມຮູ້ ວິໄສທັດ ຫຼື ແນວທາງການບໍລິຫານຈັດການທີ່ເສີມສ້າງທັກສະ ແລະ ຄວາມສາມາດ ໄປຄ່ຽງຄູ່ກັບການສ້າງຄວາມສາມັກຄີ ເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ ແລະ ຊົມເຊີຍການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ໃຫ້ມີບັນຍາກາດຟົດຟື້ນ.
ແຜນພັດທະນາຂອງລັດຖະບານລາວ ເພື່ອໃຫ້ບັນລຸເປົ້າໝາຍໃນການນຳພາປະເທດຊາດໃຫ້ຫຼຸດພົ້ນຈາກການເປັນປະເທດດ້ອຍພັດທະນາ ການສົ່ງເສີມສົ່ງເສີມຜູ້ປະກອບການແມ່ຍິງ ກໍແມ່ນວຽກທີ່ສໍາຄັນຈະຕ້ອງໄດ້ປະກອບສ່ວນສ້າງຄວາມຮູ້ ຄວາມສາມາດ ແລະ ປົກປ້ອງແມ່ຍິງໃນທຸລະກິດ ເພື່ອໃຫ້ກາຍເປັນຜູ້ປະກອບການທີ່ເປັນມືອາຊີບ ສາມາດສ້າງອາຊີບໃຫ້ແກ່ຜູ້ຄົນໃນສັງຄົມ ທັງສະໜອງການຈ້າງງານ ສ້າງວຽກເຮັດງານທໍາທີ່ມີຄຸນຄ່າໃນ ສປປ ລາວ ສະນັ້ນການພັດທະນາຄວາມຮູ້ ການເຂົ້າເຖິງຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ການເຝີກອົບຮົມ ໃນການເສີມສ້າງບົດບາດຍິງ-ຊາຍ ເປັນການສ້າງເງື່ອນໄຂໃຫ້ແກ່ແມ່ຍິງ ສາມາດນໍາພາວຽກງານ ຫຼື ທຸລະກິດຂອງຕົນໄດ້ຢ່າງມີປະສີດທິຜົນ ແລະ ກ້າວເຂົ້າສູ່ຄວາມເປັນຜູ້ນໍາໃນອະນາຄົດ.
ທີ່ມາ: ວຽງຈັນໃໝ່