ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ສະມາຄົມເພື່ອການພັດທະນາ ເສດຖະກິດ-ສັງຄົມ ລາວ-ຣັດເຊຍ ( ສພສສ ລ-ຣ ) ໃນວັນທີ 27 ມິຖຸນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ໃຫ້ກຽດລົງນາມໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ນາງ ປານີ ຮ່ວງພະຈັນ ປະທານສະມາຄົມເພື່ອການພັດທະນາ ເສດຖະກິດ-ສັງຄົມ ລາວ-ຣັດເຊຍ ( ສພສສ ລ-ຣ )
ຈຸດປະສົງຂອງພີທີລົງນາມໃນຄັ້ງນີ້ ແມ່ນເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມືທັງສອງຝ່າຍ, ເພື່ອເປັນການເພີ່ມທະວີການຮ່ວມມືທາງດ້ານທຸລະກິດ, ການຄ້າ, ການລົງທຶນ, ການບໍລິການ, ການທ່ອງທ່ຽວ, ການຂົນສົ່ງ ລາວ-ຣັດເຊຍ ແລະ ສະພາເສດຖະກິດແຫ່ງຢູເຣເຊຍ.
ທີ່ມາ: ໜັງສືພິມເສດຖະກິດ-ສັງຄົມ




