ກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ສູນເສຍອົງຄະພິເສດ 790 ໃນວັນທີ 11 ມີນານີ້ ທີ່ສູນດັ່ງກ່າວ ນໍາໂດຍສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍຄະນະ
ການເຄື່ອນໄຫວຄັ້ງນີ້, ເພື່ອເປັນການສະເຫຼີມສະຫຼອງວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບ ຮອບ 79 ປີ ແລະ ເພື່ອລະນຶກເຖິງຄຸນງາມຄວາມດີຂອງນັກຮົບປະຕິວັດ, ທັງເປັນການສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ຄວາມຮູ້ບຸນຄຸນຂອງການນຳ ສຊປລ ທີ່ມີຕໍ່ບັນດາສະຫາຍ ທີ່ໄດ້ປະກອບສ່ວນອຸທິດຕົນທາງດ້ານສະຕິປັນຍາ, ເຫື່ອແຮງ, ຮ່າງ ກາຍ ແລະ ເລືອດເນື້ອເຂົ້າໃນການຕໍ່ສູ້ກູ້ຊາດຕະຫຼອດໄລຍະຜ່ານມາ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ປາກະປ໋ອງ 50 ແພັກ, ໝີ່ໄວໆສໍາເລັດຮູບ 10 ແກັດ, ເຂົ້າສານໜຽວ 15 ເປົາ, ຖົງດອກຮັກ 220 ຖົງ, ເຂົ້າໜົມ 24 ຖົງ ລວມມູນຄ່າທັງໝົດ 70 ລ້ານກີບ ແລະ ມອບເງິນສົດຈຳນວນ 20,000,000 ລ້ານກີບ.
ພ້ອມນີ້, ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຍັງໄດ້ມອບເງິນສົດຈຳນວນ 5,000,000 ກີບໃຫ້ສູນດັ່ງກ່າວ ຕື່ມອີກ.
ຂ່າວ: ຄຳສິງ ວິໄລຄຳ





