ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຈັດກອງປະຊຸມຄູຝຶກບານເຕະ ສຕລ 2024 LFF Coaching Conference 2024 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 12 ຕຸລາ 2024 ທີ່ຜ່ານມາຢູ່ ໂຮງແຮມລາວເທວ ພາຍໃຕ້ການເປັນປະທານໂດຍທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ, ມີຮອງປະທານ, ເລຂາ ທິການ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຕາງຫນ້າຈາກ ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ຄູຝຶກ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວໃນພິທີວ່າ: ການຈັດກອງປະຊຸມຄັ້ງນີ້ ຈັດຂຶ້ນເປັນຄັ້ງທໍາອິດ ເພື່ອເປັນການພັດທະນາກີລາບານເຕະຂອງພວກເຮົາ, ເຊິ່ງທີ່ຜ່ານມາພວກເຮົາກໍໄດ້ມີການຈັດຝຶກອົບຮົມ ຄູຝຶກບານ ເຕະ ເຮັດໃຫ້ບຸກຄະລະກອນຄູຝຶກບານເຕະລາວ ຫຼາຍຂຶ້ນໃນແຕ່ລະປີ ໂດຍສະເພາະປີນີ້ ມີການຝຶກອົບຮົມ C ລາຍເຊັນ ແລະ B ລາຍເຊັນ ລວມທັງໝົດ 6 ຄັ້ງ.
ນອກນັ້ນ, ກໍຍັງມີຫຼາຍໆຫົວຂໍ້ທີ່ຍົກຂຶ້ນມາສົນທະເປັນຕົ້ນແມ່ນ ສົນທະນາກ່ຽວກັບເລື່ອງຄວາມໂປ່ງໃສຂອງຄູຝຶກ ແລະ ສົນທະນາກ່ຽວກັບການປົກປ້ອງສິດທິເດັກ ແລະ ອື່ນໆ, ກອງປະຊຸມຄັ້ງນີ້ກໍເພື່ອເປັນການແລກປ່ຽນຄວາມຄິດເຫັນບັນດາຄູຝຶກຢູ່ທີ່ ສປປລາວ, ມີບັນດາຄູຝຶກ ສະໂມສອນ ທີ່ເຂົົ້າຮ່ວມ ລາວລີກ 1.
ກອງປະຊຸມດັ່ງກ່າວ ແມ່ນໄດ້ດຳເນີນໄປເປັນໄລຍະ 1 ວັນ ແລະ ພິເສດໄດ້ມີການມອບໃບປະກາດຄູຝຶກ ເອ ລາຍເຊັນ ມີຜູ້ທີ່ສອບເສັງຜ່ານທັງຫມົດ 20 ທ່ານ.
ກ່ອນຫນ້ານັ້ນສປປລາວມີຄູຝຶກລະດັບ Aມາແລວ7ທ່ານຄືທ່ານ ວາລະກອນ ພົມພັກດີ, ທ່ານ ໂກວັນ ນາມທະວີໄຊ, ທ່ານ ນ.ພອນທິບ ແສງມະນີ, ທ່ານ ຈັນດາລາພອນ ລຽບວິໄຊ, ທ່ານ ສົມສັກ ແກ້ວດາລາ, ທ່ານ ເວີນສະຫວັນ ສີວິໄຊ ແລະ ທ່ານ ນ. ດອນສະຫວັນ ໄຊຍະສົມບັດ,ບວກໃສ່ອີກຄັ້ງນີ້ໄດ້ເພີ່ມຕື່ມອີກ 14 ທ່ານລວມເປັນທັງໝົດ 21 ທ່ານ.
ທີ່ມາ: ສຕລ






