ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຮ່ວມກັບ ຟີຟາ ຈັດກິດຈະກຳບານ ເຕະຍິງ FIFA Women’s Football Campaign 2024 ຂື້ນໃນວັນທີ 21 ກັນຍາ 2024 ທີ່ສູນຝຶກກິລາບານເຕະຫວ້າຍຫົວ, ນະຄອນຫລວງວຽງຈັນ ເພື່ອສ້າງແຮງບັນ ດານໃຈໃຫ້ກັບເຍົາວະຊົນລາວ ຮຸ່ນອາຍຸ 8 – 14 ປີ ໃຫ້ມາຫລິ້ນກິລາບານ ເຕະໃຫ້ຫລາຍຂຶ້ນ.
ເປັນກຽດເຂົ້າຮ່ວມມີ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງ ຊາດລາວ, ພ້ອມດວ້ຍຄະນະບໍລິຫານງານ ສຕລ, ທ່ານ ໄຊມອນ ໂທເສລລີ
( SIMON TOSELLI ) ຜູ້ຕາງໜ້າຈາກ FIFAພ້ອມດ້ວຍແຂກຖືກເຊີນ, ຄູອາຈານ, ນັກກິລາ ທີມຊາດຍິງ, ນ້ອໆເຍົາວະຊົນແລະ ສື່ມວນຊົນ ເຂົ້າຮ່ວມ.
ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດງານວ່າ: ‘’ ການຈັດງານຄັ້ງນີ້ແມ່ນເພື່ອຈຸດປະສົງພັດທະນາບານເຕະຍິງ ລາວໃຫ້ກ້າວສູ່ລະດັບເທົ່າທຽມກັບບານເຕະຊາຍ, ນີ້ເປັນໂຄງການທຳອິດຂອງການພັດທະນາກິລາບານເຕະຍິງທີ່ສຕລເປັນຜູ້ລິເລີ່ມສ້າງແຜນຍຸດທະສາດພັດທະນາກິລາບານ ເຕະຍິງນີ້ຂື້ນມາໃນປີທີ່ຜ່ານມາ ແລະສືບຕໍ່ເຮັດໃຫ້ມີກິດຈະກຳດັ່ງກ່າວນີ້ເກີດຂຶ້ນໄດ້ ເຊິ່ງເປັນຄັ້ງທຳອິດ‘’
ຂະນະທີ່ ທ່ານ ໄຊມອນ ໂທເສລລີ ( SIMON TOSELLI ) ຜູ້ຕາງໜ້າຈາກ FIFA ໄດ້ກ່າວວ່າ: ‘’ ນີ້ເປັນໂອກາດອັນດີທີ່ເຮົາໄດ້ສະເຫລີມສະຫລອງກິດຈະກຳບານເຕະຍິງ FIFA Women’s Football Campaign 2024. ນີ້ແມ່ນຫນຶ່ງໃນຈຸດປະສົງຫລັກຂອງ ຟີຟາ ໃນການພັດທະນາບານເຕະຍິງແມ່ນການສ້າງຈໍານວນນັກກິລາຍິງທີ່ມີສ່ວນຮ່ວມໃນກິລາບານເຕະບໍ່ວ່າຈະເປັນໃນລະດັບບານເຕະຂັ້ນພື້ນຖານ, ບານເຕະເຍົາວະຊົນ ແລະ ລະດັບທີມຊາດ. ພ້ອມນີ້ ທ່ານໄດ້ສະແດງຄວາມຂອບໃຈແລະຍ້ອງຍໍຊົມເຊີຍມາຍັງສະຫະພັນບານເຕະແຫ່ງຊາດລາວ ທີໄດ້ມີການຈັດຫລາຍກິດຈະກຳປິ່ນອ້ອມໃນການພັດທະນາບານເຕະຍິງບໍ່ວ່າຈະເປັນການແຂ່ງຂັນລະດັບເຍົາວະຊົນ, ການແຂ່ງຂັນ ລາວລີກຍິງ ເຊິ່ງຈັດມາເປັນປີທີ 2 ‘’.
ກິດຈະກຳຄັ້ງນີ້ ຍັງເປັນການສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນຍິງທີ່ມີໃຈຮັກ ໃນກິລາບານເຕະ ໄດ້ພ້ອມກັນຫລິ້ນກິດຈະກຳຮ່ວມ, ພ້ອມທັງເປັນການສົ່ງເສີມໃຫ້ບັນດາເຍົາວະຊົນຍິງຫັນມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເຊິ່ງເຍົາວະຊົນຍິງເຂົ້າຮ່ວມງານດັ່ງກ່າວທັງຫມົດ 250 ຄົນ.
ຂ່າວ-ພາບ: ສຕລ








