ສຕລ ມອບອຸປະກອນກິລາຫຼາຍລາຍການໃຫ້ ສຕຂ ຈຳປາສັກ

ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ໄດ້ມອບອຸປະກອນກິລາບານເຕະຫຼາຍລາຍການ ເຊັ່ນ: ໝາກເກີ, ຈວຍ, ຂັ້ນໃດສະປີດ, ຖົງໃສ່ໝາກບານ ແລະ ບານເຕະ ຈຳນວນໜຶ່ງ ໃຫ້ແກ່ສະຫະພັນບານເຕະແຂວງຈຳປາສັກ (ສຕຂ) ເພື່ອສົ່ງເສີມການພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະເຍົາວະຊົນແຂວງໃຫ້ມີທັກສະການຫຼິ້ນກິລາບານຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ປັ້ນໃຫ້ແກ່ທີມຊາດ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງກວ້າງຂວາງ.
ການມອບ-ຮັບອູປະກອນກິລາບານເຕະໃນຄັ້ງນີ້ ຈັດຂຶ້ນ ໃນຕອນແລງວັນທີ 9 ກຸມພາ ຜ່ານມາ ທີ່ສະໜາມກິລາບານເຕະແຂວງຈຳປາສັກ ຕາງໜ້າມອບໂດຍທ່ານ ສົມໃຈ ແສນພິມມະຈັກ ຜູ້ຊ່ວຍຫົວໜ້າພະແນກເຕັກນິກ ແລະ ຮັບໂດຍທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງ ທັງເປັນປະທານສະຫະພັນກິລາບານເຕະແຂວງຈຳປາສັກ
ການມອບອຸປະກອນເຄື່ອງກິລາດັ່ງກ່າວ ເນື່ອງໃນໂອກາດທີ່ພະແນກເຕັກນິກວິທະຍາ ສຕລ ໄດ້ລົງເຄື່ອນໄຫວຄັດເລືອກນັກກິລາເຍົາວະຊົນຜູ້ທີ່ມີພອນສະຫວັນດີເດັ່ນ ປະຈຳສູນຝືກອົບຮົມກິລາບານເຕະເຍົາວະຊົນປຳປີຈຳປາ ແຂວງຈຳປາສັກ ລະຫວ່າງວັນທີ 8-10 ກຸມພາ 2025 ທີ່ສະໜາມກິລາບານແຂວງຈຳປາສັກ ໃນເທດ ສະບານ ນະຄອນ ປາກເຊ (ຫຼັກ2) ເພື່ອເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນໃນດ້ານກິລາບານເຕະ ອາຍຸບໍ່ເກີນ 16 ປີ (ເກີດໃນປີ 2009-2010) ຊຶ່ງຜູ້ທີ່ຜ່ານການຄັດ ເລືອກ ແມ່ນຈະໄດ້ມາຝຶກແອບຝຶກຊ້ອມປະຈໍາຢູ່ສູນຝຶກຈຳປີຈຳປາ ແຂວງຈຳປາສັກ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.
Cr: ສົງການ ພັນແພງດີ





