ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຕລ ມອບອຸປະກອນກິລາໃຫ້ແຂວງເຊກອງ, ຄຳມ່ວນ, ຈຳປາສັກ

Feb 12, 2025

ສຕລ ມອບອຸປະກອນກິລາໃຫ້ແຂວງເຊກອງ, ຄຳມ່ວນ, ຈຳປາສັກ
ເມື່ອບໍ່ດົນມານີ້, ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມອບອຸປະກອນກິລາ ໃຫ້ສະຫະພັນບານເຕະແຂວງເຊກອງ ແລະແຂວງຄຳມ່ວນ ເພື່ອນຳໃຊ້ເຂົ້າໃນວຽກງານພັດທະນາກິລາບານ ເຕະພາຍໃນແຂວງ. ສະເພາະທີ່ແຂວງເຊກອງກ່າວມອບໂດຍທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ແລະ ຮັບໂດຍທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ.
ສ່ວນຢູ່ແຂວງຄຳມ່ວນກ່າວມອບໂດຍທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ແລະກ່າວຮັບໂດຍທ່ານ ສົມພູ ອຸ່ນວົງຄຳເພັງ ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ທັງເປັນຮອງປະທານ ສະຫະພັນບານເຕະແຂວງຄຳມ່ວນ.
ແຫຼ່ງຂ່າວລາຍງານໃຫ້ຮູ້ຕື່ມວ່າ: ທີ່ແຂວງຈຳປາສັກ ສຕລ ໄດ້ມອບອຸປະກອນກິລາບານເຕະຫຼາຍລາຍການ ຊຶ່ງລວມມີ ໝາກເກີ, ຈວຍ, ຂັ້ນໃດສະປີດ, ຖົງໃສ່ໝາກບານ ແລະ ບານເຕະ ຈຳ ນວນໜຶ່ງ ໃຫ້ແກ່ສະຫະພັນບານເຕະແຂວງຈຳປາສັກ (ສຕຂ) ຕາງໜ້າມອບໂດຍທ່ານ ສົມໃຈ ແສນພິມມະຈັກ ຜູ້ຊ່ວຍຫົວໜ້າພະແນກເຕັກນິກ – ວິທະຍາຂອງ ສຕລ ແລະ ຮັບໂດຍທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງ ທັງເປັນປະທານສະຫະພັນກິລາບານເຕະແຂວງຈຳປາສັກ.
Cr: ສຕລ