ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ແຂວງທີ4 ທີ່ຫົວພັນ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ໄດ້ຈັດພິທີເປີດກິດຈະ ກຳໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ໃນຕອນເຊົ້າວັນທີ 27 ມີນາ 2025 ທີ່ສະ ໜາມກິລາບານເຕະ ເມືອງຊໍາເໜືອ.
ຈຸດປະສົງເພື່ອຍົກລະດັບຄວາມຮູ້ຄວາມສາມາດແລະວິທີສິດສອນກິລາບານເຕະໃຫ້ກັບຄູພະລະສຶກສາທົ່ວແຂວງຫົວພັນ ໄດ້ນໍາເອົາຫຼັກສູດແບບໃໝ່ຂອງກິລາບານເຕະໄປນໍາໃຊ້ຝຶກແອບຢູ່ບັນດາໂຮງຮຽນໃນທົ່ວແຂວງ, ເພື່ອເປັນການພັດທະນານັກກິລາບານເຕະລຸ້ນສືບທອດກໍ່ຄືລຸ້ນເຍົາວະຊົນທັງປະເພດຍິງ-ຊາຍໃຫ້ກ້າວສູ່ຄຸນນະພາບສຸງຂື້ນ.ໃນນັ້ນ, ລວມມີການແນະນໍາການຝຶກແອບນັກກິລາໃຫ້ຮູ້ປັບປຸງຄວາມສາມາດຂອງການຫຼີ້ນກິລາບານ ເຕະ,ຮູ້ທັກສະ,ມີໄຫວພິກໃນການຫຼີ້ນບານທີ່ຄ່ອງແຄ້ວ,ມີນໍ້າໃຈນັກກິລາ, ເປັນສູນກາງເຂົ້າເຖິງນັກກິລາ, ເປັນຈຸດສຸມຂອງການພັດທະນານັກກິລາເຍົາວະຊົນ ຍິງ-ຊາຍ ເພື່ອອະນາຄົດ ແລະ ເປັນເວທີສອນນັກກິລາໃຫ້ຫຼີ້ນຫຼາຍກ່ວາເພື່ອເອົາຊະນະ.
ການເປີດໂຄງການກິລາບານເຕະໃນໂຮງຮຽນFIFA FOOTBALL FOR SCHOOLS ທີ່ແຂວງຫົວພັນຖືວ່າເປັນແຂວງທີ 4 ຖັດຈາກ ເຊກອງ, ບໍ່ແກ້ວ ແລະ ນະຄອນຫຼວງວຽງ ຈັນ.
ການຈັດກິດຈະກໍາໃນຄັ້ງນີ້ມີວິທະຍາກອນຈາກ ສຕລ,ຫົວໜ້າຂະແໜງກິລາກາຍະກໍາ, ຄູສອນພະລະສຶກສາ, ຄູສອນຊ່ວຍ, ຜູ້ ຮັບຜິດຊອບວຽກງານກິລາໃນໂຮງຮຽນປະຖົມ ແລະ ມັດທະຍົມ ລວມທັງໝົດ 35 ທ່ານ ລວມທັງນ້ອງນັກຮຽນທັງຍິງແລະຊາຍ 100ຄົນເຂົ້າຮ່ວມ. ພາຍໃນງານ ສຕລ ຍັງໄດ້ມອບບານເຕະໃຫ້ບັນດາໂຮງຮຽນທີ່ເຂົ້າຮ່ວມອີກດ້ວຍ.
ທີ່ມາ: ສຕລ






