ວັນທີ 14 ກັນຍາ 2024, ພະອາຈານ ພົງສະຫວັນ ອານຸສິນ ກໍາມະການສູນກາງແນວລາວສ້າງຊາດ ຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ. ໃນນາມຄະນະຮັບຜິດຊອບລະດົມການຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພພິບັດ ຂອງສູນກາງ ໄດ້ນຳເອົາເປົ້າໃສ່ຊາຍຈໍານວນ 3.500 ເປົາ ມູນຄ່າ 122 ລ້ານກີບ ໄປມອບໃຫ້ການນໍານະຄອນຫຼວງ ວຽງຈັນ ຕາງໜ້າຮັບໂດຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຫຼາຍພາກສ່ວນເຂົ້າຮ່ວມ.
ເປົາຈໍານວນດັ່ງກ່າວໄດ້ນໍາເອົາໄປມອບໃຫ້ແກ່ຈຸດທີ່ເຝົ້າລະວັງຄື: ບ້ານດ່ານຄໍາ, ເຂດເກົ້າລ້ຽວ-ໜອງດາ, ເມືອງສີໂຄດຕະບອງ, ທ່າເຮືອ ຫຼັກ 4 , ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ.
(ຂ່າວ-ພາບ: ສນຊ)





