ວັນທີ 4 ຕຸລານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ.
ມອບໂດຍ ທ່ານ ລິນທີ ແສນຍາວົງ ຄະນະສະພາວັດພຣະຫະຣຶໄທ (ໂບດກາໂທລິກບ້ານເກົ້າຍອດ) ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ, ຮັບໂດຍ ທ່ານ ຄໍາຢາດ ຣາຊດາວົງ ຫົວໜ້າກົມສາສະໜາ ສນຊ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ມີເຂົ້າສານຈໍານວນ 150 ເປົາ ແລະ ເຄື່ອງບໍລິໂພກເປັນປະເພດອາຫານແຫ້ງຈໍານວນ 150 ຊຸດ ລວມມູນຄ່າ 60,540,000 ກີບ.
ໂອກາດນີ້ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ຕາງໜ້າໃຫ້ຄະນະນໍາ ສນຊ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງຍິ່ງຕໍ່ຄະນະນໍາໂບດກາໂທລິກນະຄອນຫຼວງວຽງ ຈັນ ທີ່ໄດ້ປະກອບສ່ວນເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້.
ຂ່າວ: ໄຊວ່າງ



