ໃນວັນທີ 13 ມັງກອນ 2025 ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບ-ຮັບຈອກເພື່ອປະກອບສ່ວນໃນການສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຈາກບໍລິສັດລົງທຶນພະລັງງານ ແລະ ບໍ່ແຮ່ລາວ ຈໍາກັດຜູ້ດຽວຈໍານວນ 1,000 ໜ່ວຍ ມູນຄ່າ 80 ລ້ານກີບ ໃຫ້ກຽດກ່າວມອບໂດຍທ່ານ ຫງວຽນແທ້ງຕຸ້ງ ຜູ້ອໍານວຍການບໍລິສັດລົງທຶນພະລັງງານ ແລະ ບໍ່ແຮ່ລາວ, ກ່າວຮັບໂດຍທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການ ສນຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດ ລົງທຶນພະລັງງານ ແລະ ບໍ່ແຮ່ລາວ ທີ່ໄດ້ໃຫ້ການອຸປະຖໍາຊ່ວຍເຫຼືອໃນຄັ້ງນີ້ ຖືເປັນການປະກອບສ່ວນສໍາຄັນເຂົ້າໃນການສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ຈະນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ. ໂອກາດນີ້, ທ່ານ ຮອງປະທານ ສນຊ ໄດ້ມອບໃບຍ້ອງຍໍເພື່ອເປັນການສັນລະເສີນຜົນງານ ແລະ ຄຸນງາມຄວາມດີໃຫ້ແກ່ບໍລິສັດຕື່ມອີກ.
ຂ່າວ-ພາບ: ລີ



