ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສນຊ ໄດ້ຮັບເງິນ 1,5 ຕື້ກີບ ຈາກຊາວຈີນຕ່າງດ້າວເພື່ອຊ່ວຍປະຊາຊົນລາວທີ່ປະສົບໄພນໍ້າຖ້ວມ

Sep 17, 2024

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຮັບເງິນຈຳນວນ 1.500.000.000 ກີບ ຈາກນັກທຸລະກິດຈີນ ແລະ ພີ່ນ້ອງຊາວຈີນຕ່າງດ້າວ ທີ່ມາອາໄສຢູ່ ສປປ ລາວ ຊຶ່ງໃຫ້ກຽດກ່າວຮັບໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນການແນວລາວສ້າງຊາດ ກ່າວມອບ ໂດຍ ທ່ານ ຢາວປີງ ກຳມະການສູນກາງແນວລາວ ສ້າງຊາດ ປະທານສະພາການຄ້ານັກທຸລະກິດຈີນ ຢູ່ ສປປ ລາວ ໂດຍມີທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ ຫົວໜ້າຄະນະຮັບຜິດຊອບປຸກລະດົມຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພພິບັດ ຂອງ ສນຊ ແລະ ພ້ອມດ້ວຍຄະນະຮັບຜິດທັງສອງຝ່າຍເຂົ້າຮ່ວມ ໃນວັນທີ 16 ກັນຍານີ້ ທີ່ສູນກາງແນວລາວສ້າງຊາດ.
ໃນໂອກາດນີ້ທ່ານປະທານ ສນຊ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ແລະ ຕີລາຄາສູງຕໍ່ນໍ້າໃຈ ຂອງບັນດານັກທຸລະກິດຈີນ ແລະ ຊາວຈີນຕ່າງດ້າວ ທີ່ມາອາໄສຢູ່ ສປປ ລາວ ທີ່ໄດ້ແບ່ງນໍ້າໃຈ ປັດໃຈຊ່ວຍເຫຼືອປະຊາຊົນລາວ ໃນຂອບ ເຂດທົ່ວປະເທດ ໂດຍ ສະເພາະແມ່ນພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດນໍ້າຖ້ວມ ໃນຄັ້ງນີ້ ແລະ ຈຳນວນເງິນດັ່ງກ່າວນີ້ຈະນຳໄປມອບຕໍ່ຄະນະຮັບຜິດຊອບຕ້ານໄພພິບັດລະດັບຊາດ ແລະ ໃຫ້ປະຊາຊົນລາວທີ່ ໄດ້ຮັບຜົນກະທົບໄພນໍ້າຖ້ວມຕາມເປົ້າ ໝາຍ. ພ້ອມກັນນີ້, ທ່ານປະທານ ສນຊ ໄດ້ກ່າວອີກວ່າ: ການຊ່ວຍເຫຼືອຄັ້ງນີ້ກໍເປັນການປະກອບສ່ວນແບ່ງເບົາຄວາມທຸກຍາກຂອງປະຊາຊົນ ພ້ອມທັງສະແດງເຖິງນໍ້າໃຈມິດຕະພາບ, ສາຍພົວພັນຮ່ວມມືທີ່ດີ ສອງພັກ-ສອງລັດກໍຄືປະຊາຊົນສອງຊາດ ລາວ-ຈີນ ຈີນ-ລາວ ດ້ວຍກັນ.
ຂ່າວ-ພາບ: ສນຊ
May be an image of 10 people and text