ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ກຽມພ້ອມຮອບດ້ານ ເປັນເຈົ້າພາບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57

Jul 12, 2024

ມາຮອດປະຈຸບັນ ສປປ ລາວ ມີຄວາມພ້ອມຮອບດ້ານໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 21-27 ກໍລະກົດ 2024 ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ.
ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ສຳພາດຕໍ່ສື່ມວນຊົນຕອນບ່າຍ ໃນວັນທີ 11 ກໍລະກົດ 2024 ທີ່ກະຊວງການຕ່າງປະເທດ ກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆ ໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໂດຍທ່ານໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ບັນດາອະນຸກຳມະການຮັບຜິດຊອບ ແຕ່ລະໜ້າວຽກ ກໍຄື ຂະແໜງການທີ່ກ່ຽວຂ້ອງ ໄດ້ສຸມໃສ່ກະກຽມຄວາມພ້ອມຮອບດ້ານ ເຊັ່ນ: ດ້ານເນື້ອໃນ, ສະຖານທີ່ພັກເຊົາ, ຍານພາຫະນະຮັບໃຊ້ກອງປະຊຸມ, ການໂຄສະນາ, ການປະດັບປະດາ, ການປັບປຸງຖະໜົນຫົນທາງ ແລະ ສະໜາມບິນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສື່ສານ ແລະ ອິນເຕີເນັດ, ບຸກຄະລາກອນ, ແຜນງົບປະມານ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ມີຄວາມຈຳເປັນ ເຊິ່ງເຫັນວ່າມີຄວາມຄືບໜ້າເປັນຢ່າງດີ ແລະ ມີຄວາມພ້ອມຢ່າງຮອບດ້ານ ໃນການເປັນປະທານ ແລະ ເຈົ້າພາບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນທ້າຍເດືອນກໍລະກົດ ນີ້.
ໂດຍ: ຄໍາກອງ
May be an image of 1 person