ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ນຳຜະລິດຕະພັນການທ່ອງທ່ຽວມາວາງສະແດງໃນງານ TRAVEX 2025 ເພື່ອຊອກຫາຕະຫຼາດການທ່ອງທ່ຽວໃໝ່

Jan 15, 2025

ສປປ ລາວ ເປັນໜຶ່ງໃນປະເທດອາຊຽນ ທີ່ໄດ້ນຳຜະລິດຕະພັນການທ່ອງທ່ຽວ ມາວາງສະແດງໃນງານ ວາງສະແດງຜະລິດຕະພັນການທ່ອງທ່ຽວອາຊຽນ 2025 (TRAVEX 2025)ເຊິ່ງງານຄັ້ງນີ້ໄດ້ຈັດຂຶ້ນ 15-20 ມັງກອນ 2025 ທີ່ ລັດຈໍຮໍ ບາຣູ ປະເທດມາເລເຊຍ ການນຳເອົາຜະລິດຕະພັນການທ່ອງທ່ຽວມາວາງສະແດງໃນຄັ້ງນີ້ເປັນການເປີດໂອກາດໃຫ້ ຜູ້ຊື້-ຜູ້ຂາຍ ກໍຄື ທຸລະກິດການທ່ອງທ່ຽວຈາກບັນດາປະເທດອາຊຽນ ກໍຄື ພາກພື້ນໄດ້ຮູ້ການທ່ອງທ່ຽວລາວຫຼາຍຂຶ້ນ ທັງເປັນເປີດໂອກາດໃຫ້ບໍລິສັດທ່ອງທ່ຽວ ຊອກຫາຄູ່ຄ້າ ກໍຄືຄູ່ຮ່ວມມືໃນການຂະຫຍາຍການຕະຫຼາດທຸລະກິດທ່ອງທ່ຽວ ໃຫ້ກວ້າງອອກຕື່ມ.
ໃນໂອກາດນີ້ ທ່ານ ເກດຕະສອນ ຫົວໜ້າພະແນກ ກິດຈະກຳການຕະຫຼາດທ່ອງທ່ຽວ ຕ່າງໜ້າ ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທີ່ເຂົ້າຮ່ວມງານວ່າສະແດງການທ່ອງທ່ຽວອາຊຽນ ໄດ້ໃຫ້ຂໍ້ມູນວ່າ ສປປ ລາວ ມີຫ້ອງວາງສະແດງການທ່ອງທ່ຽວລາວ ໃນນັ້ນ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລົງທຶນເຊົ່າຮ້ານວາງສະແດງ ຈຳນວນ 1 ຮ້ານ ລວມທັງການສ້າງຮ້ານແລະການປະດັບປະດາ ນອກຈາກນັ້ນ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ 2 ກໍໄດ້ໃຫ້ການສະໜັບສະໜູນ ຈຳນວນ 1 ຮ້ານວາງສະແດງ.
ໃນງານ TRAVEX 2025 ໄດ້ເຊີນບັນດາ ຜູ້ປະກອບການ ທຸລະກິດການທ່ອງທ່ຽວ ແລະ ໂຮງແຮມ ເຂົ້າຮ່ວມງານ ເປັນຈຳນວນ 15 ພາກສ່ວນ ເຊິ່ງສ່ວນໃຫຍ່ກໍແມ່ນຖືກເຊີນມາ ແບບຜູ້ຊື້ (Buyers) ທີ່ ການທ່ອງທ່ຽວແຫ່ງ ມາເລເຊຍ ໃຫ້ການຕ້ອນຮັບສະເພາະເພື່ອຮ່ວມກັນໂຄສະນາການທ່ອງທ່ຽວລາວ ໃຫ້ກັບບັນດາປະເທດອາຊຽນ ກໍຄື ພາກພື້ນໄດ້ຮູ້ທ່າແຮງດ້ານການທ່ອງທ່ຽວໃຫ້ຫຼາຍຂຶ້ນ ທັງເປັນການເປີດໂອກາດໃຫ້ຫົວໜ່ວຍທຸລະກິດທ່ອງທ່ຽວຂອງລາວ ໄດ້ຊອກຫາຕະຫຼາດທ່ອງທ່ຽວໃໝ່ໄດ້ເພີ່ມຂຶ້ນ.
ທີ່ມາ: ວຽງຈັນໃໝ່