ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນ ໃນພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢ່າງເປັນທາງການ ໃນວັນທີ 9 ຕຸລາ 2024 ນີ້, ໂດຍທ່ານ ໄດ້ຕີລາຕາສູງຕໍ່ຜົນສໍາເລັດຂອງ ອາຊຽນ ຕະຫລອດໄລຍະຜ່ານມາ ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນອາຊຽນ, ພ້ອມທັງໄດ້ສະແດງໃຫ້ເຫັນວ່າ ຄວາມມຸ່ງມາດປາຖະໜາ, ເຈດຕະນາລົມອັນແຮງກ້າ, ຄວາມສາມັກຄີ ແລະ ຄວາມເປັນເອກະພາບກັນຂອງ ອາຊຽນ ໃນທ່າມກາງຄວາມຫລາກຫລາຍ ກໍຄື ການຮ່ວມມືຕາມວິຖີທາງຂອງອາຊຽນ ແມ່ນສອດຄ່ອງກັບສະພາບຈຸດພິເສດ ຂອງອາຊີຕາເວັນອອກສຽງໃຕ້ ທີ່ມີເປົ້າໝາຍຮ່ວມກັນຄື: ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.
ທ່ານ ທອງລຸນ ສີສຸລິດ ຍັງກ່າວອີກວ່າ: ອາຊຽນ ເປັນອົງການຈັດຕັ້ງພາກພື້ນ ລະຫວ່າງລັດຖະບານ ທີ່ມີຄວາມຫລາກຫລາຍ ໃນວິວັດທະນາການຂອງຕົນ, ອາຊຽນ ໄດ້ຜ່ານຜ່າສິ່ງທ້າທາຍຕ່າງໆ ແລະ ໄດ້ຮັບການພັດທະນາເປັນກ້າວໆມາ ຈົນກາຍມາເປັນປະຊາຄົມອາຊຽນ ນັບແຕ່ປີ 2015 ເປັນຕົ້ນມາ. ປັດຈຸບັນ, ອາຊຽນ ມີປະຊາກອນເກືອບ 700 ລ້ານຄົນ ໄດ້ກາຍເປັນພື້ນຖານເສດຖະກິດທີ່ໃຫຍ່ ອັນດັບ 3 ຂອງອາຊີ ແລະ ອັນດັບ 5 ຂອງໂລກ ແລະ ຄາດວ່າຈະຢູ່ອັນດັບ 4 ຂອງໂລກໃນປີ 2030. ໃນອະນາຄົດອັນໃກ້ນີ້, ອາຊຽນ ຈະກວມເອົາທຸກປະເທດໃນອາຊີຕາເວັນອອກສຽງໃຕ້ ເພາະ ຕີມໍແລັດສະເຕ ຈະໄດ້ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ໃນອີກບໍ່ດົນນີ້. ສິ່ງດັ່ງກ່າວ ເປັນການຢືນຢັນວ່າ ປະຊາຄົມອາຊຽນ ແມ່ນປະຊາຄົມທີ່ເຕັມໄປດ້ວຍຄວາມຫລາກຫລາຍ, ເປັນພາກພື້ນທີ່ມີທ່າແຮງ ແລະ ມີກາລະໂອກາດ ສຳລັບ ອາຊຽນເອງ ກໍຄື ການຮ່ວມມືກັບພາຍນອກ ອາຊຽນ ອີກດ້ວຍ.
ນັບແຕ່ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1997 ເປັນຕົ້ນມາ, ສປປ ລາວ ໄດ້ມີຄວາມພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືພາຍໃນອາຊຽນ ກໍຄື ລະຫວ່າງ ອາຊຽນກັບພາຍນອກ ແລະ ໄດ້ອອກແຮງປະຕິບັດພັນທະຂອງຕົນຢ່າງມີຄວາມຮັບຜິດຊອບ ເພື່ອຜົນປະໂຫຍດລວມ ຂອງຄອບຄົວອາຊຽນ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ບັນດາປະເທດສະມາຊິກອາຊຽນ, ບັນດາຄູ່ເຈລະຈາ, ບັນດາຄູ່ຮ່ວມມືພາຍນອກຂອງ ອາຊຽນ ແລະ ກອງເລຂາອາຊຽນ ທີ່ໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນ ສປປ ລາວ ໃນການເຄື່ອນໄຫວວຽກງານອາຊຽນ ກໍຄື ການເປັນປະທານອາຊຽນ ໃນໄລຍະຜ່ານມາ ໂດຍສະເພາະການເປັນປະທານອາຊຽນ ເປັນເທື່ອທີ 3 ໃນປີ 2024 ນີ້ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍມູນເຊື້ອການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຂອງຄອບຄົວອາຊຽນ ແລະ ຂອງບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນຄັ້ງນີ້ ຈະໄດ້ຮັບຜົນສຳເລັດຢ່າງຈົບງາມ.



