ກົມເສດຖະກິດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ເຂດປົກຄອງພິເສດຮົງກົງ ແລະ ມາກາວ, ສປ ຈີນ ຈັດກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ຂອງ ສປປ ລາວ ແລະ ພາກເອກະຊົນ ຈາກ ເຂດປົກຄອງພິເສດຮົງກົງ, ສປ ຈີນ ພາຍໃຕ້ວຽກງານ ສົ່ງເສີມການທູດເສດຖະກິດ ຂອງ ສປປ ລາວ ໃນວັນທີ 25 ກຸມພາ 2025 ທີ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ເພື່ອຜັນຂະຫຍາຍນະໂຍບາຍວຽກງານການທູດເສດຖະກິດ ຂອງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີແຂກທີ່ຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອໂຄສະນາ, ເຜີຍແຜ່ນະໂຍບາຍການລົງທຶນຕ່າງປະເທດ ແລະ ດຶງດູດການຄ້າ, ການລົງທຶນ ຈາກເຂດປົກຄອງພິເສດຮົງກົງ ແລະ ຈີນແຜນດິນໃຫຍ່ ໃຫ້ມາລົງ ທຶນຢູ່ ສປປ ລາວ ຫລາຍຂຶ້ນ. ພ້ອມນີ້, ຜູ້ຕາງໜ້າຈາກ 4 ກະຊວງທີ່ກ່ຽວຂ້ອງ ຄື: ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍບັນດານັກທຸລະກິດ ແລະ ຜູ້ຕາງໜ້າຈາກບັນດາບໍລິສັດຊັ້ນນໍາຕ່າງໆຂອງເຂດ ປົກຄອງພິເສດຮົງກົງ ແລະ ຈີນແຜ່ນດິນໃຫຍ່ ສປ ຈີນ ໄດ້ຜັດປ່ຽນກັນຂຶ້ນນໍາສະເໜີ ແລະ ຮັບຟັງບົດກ່ຽວກັບທ່າແຮງ, ກາລະໂອກາດ ແລະ ຄວາມຕ້ອງການໃນການ ລົງທຶນຂອງແຕ່ລະຂະແໜງການບຸລິມະສິດຢູ່ໃນ ສປປ ລາວ ໃຫ້ແກ່ ຄະນະນັກທຸລະກິດຮົງກົງ ແລະ ຈີນ ແຜ່ນດິນໃຫຍ່ ສປ ຈີນ ໄດ້ຮັບຮູ້ ແລະ ເຂົ້າໃຈຍິ່ງຂຶ້ນ.
ນອກຈາກເຂົ້າຮ່ວມກອງປະຊຸມຄັ້ງນີ້ແລ້ວ, ບັນດານັກທຸລະກິດຮົງກົງ ແລະ ຈີນແຜ່ນດິນໃຫຍ່ ສປ ຈີນ ຍັງໄດ້ເຂົ້າຮ່ວມພົບປະເຮັດວຽກຮ່ວມກັບ ກະຊວງສາທາລະນະສຸກ (ສະຖາບັນການແພດ ແລະ ການຢາພື້ນເມືອງລາວ), ມະຫາວິທະຍາໄລແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຢ້ຽມຊົມເຂດເສດຖະກິດພິເສດ, ດ່ານບໍລິການດ້ານ Logistic ທ່າບົກ-ທ່ານາແລ້ງ ແລະ ເຂດການ ພັດທະນາອຸດສາຫະກຳ ຢູ່ນະຄອນຫລວງວຽງຈັນ ເພື່ອສຶກສາ ແລະ ຊອກຫາຊ່ອງທາງຊຸກຍູ້ການຮ່ວມມືໃນຕໍ່ໜ້າ.
ພາບ: ຂັນໄຊ




